ຫວຽດ​ນາມ ຊົ​ມ​ເຊີຍ ອາ​ເມ​ລິ​ກາ ທີ່​ບໍ່​ດັດ​ປັບ​ນະ​ໂຍ​ບາຍ​ການ​ຄ້າ

(VOVWORLD) -“ຫວຽດນາມ ຊົມເຊີຍຂໍ້ຕົກລົງສະບັບອອກວັນທີ 23 ກໍລະກົດ ຂອງອົງການຕາງໜ້າການຄ້າ ອາເມລິກາ ກ່ຽວກັບການສືບສວນນະໂຍບາຍເງິນຕາຂອງ ຫວຽດນາມ ຕາມມາດຕາເລກທີ 301 ຂອງກົດໝາຍວ່າດ້ວຍການຄ້າ ອາເມລິກາ ທີ່ໄດ້ປະກາດໃຊ້ເມື່ອປີ 1974, ຕາມນັ້ນແລ້ວ, ອົງການຕາງໜ້າການຄ້າ ອາເມລິກາ ຈະບໍ່ນຳໃຊ້ມາດຕະການດັດປັບນະໂຍບາຍການຄ້າ ສຳລັບ ຫວຽດນາມ”.
ຫວຽດ​ນາມ ຊົ​ມ​ເຊີຍ ອາ​ເມ​ລິ​ກາ ທີ່​ບໍ່​ດັດ​ປັບ​ນະ​ໂຍ​ບາຍ​ການ​ຄ້າ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ (ພາບ:  VTC)

ວັນທີ 24 ກໍລະກົດ 2021, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ຂໍ້ຕົກລົງເມື່ອວັນທີ 23 ກໍລະກົດ ຂອງອົງການຕາງໜ້າການຄ້າ ອາເມລິກາ ກ່ຽວກັບການສືບສວນນະໂຍບາຍເງິນຕາຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ:

“ຫວຽດນາມ ຊົມເຊີຍຂໍ້ຕົກລົງສະບັບອອກວັນທີ 23 ກໍລະກົດ ຂອງອົງການຕາງໜ້າການຄ້າ ອາເມລິກາ ກ່ຽວກັບການສືບສວນນະໂຍບາຍເງິນຕາຂອງ ຫວຽດນາມ ຕາມມາດຕາເລກທີ 301 ຂອງກົດໝາຍວ່າດ້ວຍການຄ້າ ອາເມລິກາ ທີ່ໄດ້ປະກາດໃຊ້ເມື່ອປີ 1974, ຕາມນັ້ນແລ້ວ, ອົງການຕາງໜ້າການຄ້າ ອາເມລິກາ ຈະບໍ່ນຳໃຊ້ມາດຕະການດັດປັບນະໂຍບາຍການຄ້າ ສຳລັບ ຫວຽດນາມ”.

ນີ້ແມ່ນບາດກ້າວເດີນທີ່ຕັ້ງໜ້າຖັດຈາກຂໍ້ຕົກລົງທີ່ບັນລຸໄດ້ໃນວັນທີ 19 ກໍລະກົດ ລະຫວ່າງທະນາຄານແຫ່ງລັດ ຫວຽດນາມ ແລະ ກະຊວງການເງິນ ອາເມລິກາ. ນີ້ກໍແມ່ນໝາກຜົນຂອງການເຈລະຈາທີ່ມີລັກສະນະສ້າງສັນ ແລະ ມີເຈດຕະນາດີຂອງທັງສອງຝ່າຍ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄ້າງຄາໃນການພົວພັນດ້ານເສດຖະກິດສອງຝ່າຍ, ມຸ່ງໄປເຖິງການສ້າງສາຍພົວພັນທີ່ມີສະຖຽນລະພາບ ແລະ ຍືນຍົງ, ມີຜົນປະໂຫຍດໃຫ້ທັງສອງປະເທດບົນຈິດໃຈ ຄູ່ຮ່ວມມືຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ