ບັນດາເອກອັກຄະລັດຖະທູດເຂົ້າຮ່ວມການສະຫລຸບ
(ພາບ:Diệu Hương/Vietnam+)
|
(vovworld) – ວັນທີ 27/3, ທີ່ການສະຫລຸບການເຄື່ອນໄຫວປີອາຍຸການປະທານສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ອາກຊັນຕິນ ໂດຍ ຫວຽດນາມ ຮັບຜິດຊອບ, ເອກອັກຄະລັດຖະທູດ 5 ປະເທດສະມາຊິກຂອງກຸ່ມທີ່ປະຈຳຢູ່ Buenos Aires ໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຄື່ອນໄຫວຮ່ວມມືກັບບັນດາປະເທດປະຈຳຖິ່ນກ່ວາອີກ. ຜູ້ຕາງໜ້າບັນດາເອກອັກຄະລັດຖະທູດ ອາຊຽນ ຕີລາຄາສູງຄວາມານະພະຍາຍາມຂອງ ທ່ານເອກອັກຄະລັດຖະທູດ ຫງວຽນດິ່ງທາວ ໃນປີຜ່ານມາ, ດ້ວຍຖານະແມ່ນປະທານໝູນວຽນຂອງກຸ່ມ, ໄດ້ເພີ່ມທະວີແລກປ່ຽນການຮ່ວມມືລະຫວ່າງປະເທດສະມາຊິກ ອາຊຽນ ກໍ່ຄືລະຫວ່າງບັນດາປະເທດ ອາຊຽນ ກັບ ອາກຊັນຕິນ. ສະຖານທູດ ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວໂຄສະນາ, ເຜີຍແຜ່ລວມລະຫວ່າງບັນດາປະເທດ ອາຊຽນ ກ່ຽວກັບບົດບາດ, ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ອາກຊັນຕິນ ແລະ ປາຣາກວາຍ. ຄຽງຂ້າງນັ້ນ, ຫຼາຍກອງປະຊຸມສຳມະນາ, ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ກິລາ, ວັນຄອບຄົວ ອາຊຽນ ກໍ່ໄດ້ຮັບການຈັດຕັ້ງຂຶ້ນໂດຍສະຖານທູດ ຫວຽດນາມ, ພິເສດແມ່ນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ.