(vovworld) - ວັນທີ 19/11, ຢູ່ສຳນັກງານສະຫະປະຊາຊາດທີ່ນະຄອນ ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນວາລະປຶກສາຫາລືກ່ຽວກັບບັນຫາໂຈນສະລັດ - ເຊິ່ງແມ່ນການຂົ່ມຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ງຄົງສາກົນ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ Le Hoai Trung, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຊົມເຊີຍຄວາມມານະພະຍາຍາມຂອງບັນດາປະເທດ ແລະ ສະຫະປະຊາຊາດໃນການຕໍ່ສູ້ຕ້ານໂຈນສະລັດ, ພ້ອມທັງຖືວ່າ ຕ້ອງແບ່ງປັນ ແລະ ທະວີຄຸນບັນດາບົດຮຽນຜົນສຳເລັດ. ທ່ານເອກອັກຄະລັດຖະທູດຊີ້ແຈ້ງວ່າ ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມມືພາຍໃນພາກພື້ນ, ພິເສດແມ່ນໃນຂອບເຂດສັນຍາພາກພື້ນອາຊີ ກ່ຽວກັບການຕ້ານໂຈນສະລັດ ແລະ ກອງປຸ້ນປະກອບອາວຸດ, ແບ່ງປັນກົນໄກນິຕິກຳ ແລະ ນະໂຍບາຍເຊິ່ງຫວຽດນາມ ໄດ້ສ້າງສຳລັບຂົງເຂດນີ້.
ນີ້ແມ່ນຄັ້ງທຳອິດທີ່ສະພາຄວາມໝັ້ນຄົງ ປຶກສາຫາລືກ່ຽວກັບບັນຫາຕ້ານໂຈນສະລັດໃນຂອບເຂດທົ່ວໂລກຢ່າງຮອບດ້ານ, ໃນສະພາບການທີ່ບັນດາການບຸກໂຈມຕີເກີດຂຶ້ນນັບມື້ນັບຫຼາຍຢູ່ໃນໂລກ. ໃນຊຸມປີມໍ່ໆມານີ້, ສະພາຄວາມໝັ້ນຄົງ ໄດ້ສຸມໃສ່ສ້າງກົນໄກແກ້ໄຂບັນຫາຢູ່ຈຸດຮອນເຮັ່ງກ່ຽວກັບໂຈນສະລັດແມ່ນເຂດທະເລ Somali ແລະ ອ່າວ Ghine.