(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງນາຍພົນ Sergei Shoigu, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນ ລັດເຊຍ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າໄດ້ມີການຢ້ຽມຢາມມິດຕະພາບສະຫະພັນ ລັດເຊຍ ໃນລະຫວ່າງວັນທີ 7 – 10/8 ຢ່າງເປັນທາງການ. ທີ່ການເຈລະຈາລະຫວ່າງ 2 ຄະນະ, ໃນວັນທີ 7/8, ທ່ານພົນເອກ ຟຸ່ງກວາງແທງ ຕີລາຄາສູງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ຖືວ່າການຮ່ວມມືດ້ານປ້ອງກັນຊາດສວມບົດບາດສຳຄັນໃນການພົວພັນລະຫວ່າງ 2 ປະເທດ. ບົນພື້ນຖານນັ້ນ, ທ່ານລັດຖະມົນຕີ ຟຸ່ງກວາງແທງ ສະເໜີໃຫ້ 2 ຝ່າຍຄວນສືບຕໍ່ນຳການພົວພັນຮ່ວມມືດ້ານປ້ອງກັນຊາດກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນຄົງ, ຕິດແທດກັບຄວາມຮຽກຮ້ອງຕ້ອງການແທ້ຈິງຂອງແຕ່ລະຝ່າຍ. ການຮ່ວມມືມີປະສິດທິຜົນນີ້ຈະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ປັບປຸງການພົວພັນໃນຂົງເຂດຄູ່ຮ່ວມມືຍຸດທະສາດ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຮັບປະກັນສະພາບແວດແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາປະເທດຊາດ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນ ລັດເຊຍ Sergei Shoigu ຢືນຢັນວ່າ ສະຫະພັນ ລັດເຊຍ ຈະຕັ້ງໜ້າຮ່ວມມືກັບ ຫວຽດນາມ ໃນການບຳລຸງສ້າງພັກນັກງານ, ເຕັກນິກການທະຫານ, ທະຫານເຮືອ ແລະ ຈະສ້າງເງື່ອນໄຂດີທີສຸດໃຫ້ແກ່ບັນດາຂົງເຂດຮ່ວມມືນີ້.