ຫວຽດນາມ ຕອບສະໜອງວັນໂລກບໍ່ສູບຢາ

(VOVWORLD) -ຕອນເຊົ້າວັນທີ 28/5, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ສົມທົບກັບກະຊວງສາທາລະນະສຸກຈັດຕັ້ງພິທີຊຸມຸນຸມມິດຕິງ ຕອບສະໜອງວັນໂລກບໍ່ສູບຢາວັນທີ 31/5 ແລະ ສັບປະດາປອດຢາສູບແຫ່ງຊາດ ແຕ່ວັນທີ 25 – 31/5 ດ້ວຍຫົວຂໍ້ທີ່ອົງການອະນາໄມໂລກປຸກລະດົມ: "ຢາສູບ - ໄພນາບຂູ່ຕໍ່ສິ່ງແວດລ້ອມຂອງພວກເຮົາ"
ຫວຽດນາມ ຕອບສະໜອງວັນໂລກບໍ່ສູບຢາ - ảnh 1ລາຍການສະແດງສິລະປະເພື່ອຊົມເຊີຍເຫດການ

     ໂອກາດດັ່ງກ່າວ ໄດ້ສົ່ງສານເຖິງບັນດາອົງການ, ສຳນັກງານ,ອົງການຈັດຕັ້ງມະຫາຊົນ ສືບຕໍ່ເພີ່ມທະວີການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍການຕ້ານຜົນຮ້າຍຈາກ ຢາສູບ ແລະ ຈັດຕັ້ງການເຄື່ອນໄຫວທີ່ແທດຈິງ ເພື່ອຕອບສະໜອງວັນໂລກບໍ່ ສູບຢາ

       ພິທີຊຸມນຸມມິດຕິງໄດ້ສິ້ນສຸດລົງດ້ວຍການແຫ່ຂະບວນລົດຖີບເພື່ອແນໃສ່ຕອບສະໜອງບັ້ນໂຄສະນາສື່ສານ “ເພື່ອສະພາບແວດລ້ອມປອດຄວັນຢາສູບ”.

ຕອບກັບ

ຂ່າວ/ບົດ​ອື່ນ