ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ

(VOVWORLD) - ທີ່ການພົບປະ, ຄະນະໄດ້ແລກປ່ຽນກ່ຽວກັບບັນດາບາດກ້າວພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ ນັບແຕ່ເວລາຫັນການພົວພັນທາງການທູດເປັນປົກກະຕິໃນປີ 1995  ຕະຫຼອດຮອດການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023
ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ, ຫວ່າງແລ້ວນີ້, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ໂງເລວັນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ນຳໜ້າ ໄດ້ມີການພົບປະ, ເຮັດວຽກກັບຜູ້ຕາງໜ້າບັນດາອົງການ, ຂະບວນການຝ່າຍຊ້າຍຂອງ ອາເມລິກາ, ໃນນັ້ນມີພັກກອມມູນິດ ອາເມລິກາ. ໂດຍເປັນປະທານຮ່ວມການພົບປະ, ມີທ່ານ ດັ້ງຮ໋ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ.

      ທີ່ການພົບປະ, ຄະນະໄດ້ແລກປ່ຽນກ່ຽວກັບບັນດາບາດກ້າວພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ ນັບແຕ່ເວລາຫັນການພົວພັນທາງການທູດເປັນປົກກະຕິໃນປີ 1995  ຕະຫຼອດຮອດການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023; ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງຝ່າຍ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືກັບບັນດາອົງການ ແລະ ຂະບວນການຝ່າຍຊ້າຍຂອງອາເມລິກາ.

      ຜູ້ຕາງໜ້າບັນດາອົງການ, ຂະບວນການຝ່າຍຊ້າຍຂອງ ອາເມລິກາ ມີຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນເສັ້ນທາງແຫ່ງການສ້າງລັດທິສັງຄົມນິຍົມ ໃນເກືອບ 40 ປີແຫ່ງການປ່ຽນໃໝ່, ນັບທັງກ່ຽວກັບການພົວພັນພາຍໃນ ແລະ ພົວພັນຕ່າງປະເທດ; ພ້ອມທັງຢັ້ງຢືນຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນ ຫວຽດນາມ -  ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ