ຫວຽດນາມ - ນິວຊີແລນ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ຍົກສູງວົງເງິນການຄ້າ 2 ສົ້ນ

(VOVWORLD) - “ຫວຽດນາມ - ນິວຊີແລນ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ຍົກສູງວົງເງິນການຄ້າ 2 ສົ້ນ” ນີ້ແມ່ນບັນດາຂໍ້ສະເໜີ ຊຶ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ຫວຽດນາມ - ນິວຊີແລນ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ຍົກສູງວົງເງິນການຄ້າ 2 ສົ້ນ - ảnh 1 ທີ່ການຕ້ອນຮັບ

ໄດ້ຍົກອອກມາທີ່ການຕ້ອນຮັບທ່ານ Damien Oconnor ລັດຖະມົນຕີກະຊວງກະສິກຳ, ຄວາມໝັ້ນຄົງດ້ານຊີວະ, ສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ບັນດາບັນຫາຊົນນະບົດ, ທັງເປັນລັດຖະມົນຕີຫະຊວງການຄ້າ ແລະ ເຕີບໂຕການສົ່ງອອກ ນິວຊີແລນ ໃນວັນທີ 29 ສິງຫາ ຢູ່ ຮ່າໂນ້ຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປີ 2020 ຫວຽດນາມ ຈະຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ; ນີ້ກໍ່ແມ່ນປີ ອາຊຽນ ແລະ ນິວຊີແລນ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ນິວຊີແລນ ສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນການຈັດຕັ້ງບັນດາກອງປະຊຸມຂອງ ອາຊຽນ ກັບຄູ່ຮ່ວມມືຕ່າງໆ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ: ຫວຽດນາມ ພວມວາງອອກຄວາມຕັດສິນໃຈໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມຮອບດ້ານ ແລະ ກ່າວໜ້າຂ້າມປາຊີຟິກ (CPTPP) ໃນປີ 2018 ແລະ ປາດຖະໜາວ່າ ນິວຊີແລນ ກໍ່ໃຫ້ສັດຕະຍາບັນສັນຍາສະບັບນີ້ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີ ນິວຊີແລນ ໜູນຊ່ວຍ ຫວຽດນາມ ຈັດຕັ້ງການຜະລິດ ແລະ ສ້າງລະບົບມູນຄ່າໃຫ້ແກ່ໝາກມັງກອນຂອງ ຫວຽດນາມ ເພື່ອຍູ້ແຮງການສົ່ງອອກສູ່ຕະຫລາດໂລກ.

        ເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ Damien Oconnor ລັດຖະມົນຕີກະຊວງກະສິກຳ, ຄວາມໝັ້ນຄົງດ້ານຊີວະ, ສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ບັນດາບັນຫາຊົນນະບົດ ນິວຊີແລນ ໃຫ້ຮູ້ວ່າ: ນິວຊີແລນ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ກໍ່ສ້າງລະບົບມູນຄ່າໃຫ້ແກ່ໝາກມັງກອນ. ພ້ອມກັນນັ້ນ, ນິວຊີແລນ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນການຄຸ້ມຄອງຮັບປະກັນສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ບັນດາຂົງເຂດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ