ຫວຽດ​ນາມ - ບ​ຣູ​ໄນ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ເປີດເສັນ​ທາງ​​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ​ໂດຍ​ໄວ

(VOVWORLD) -ຕອນບ່າຍວັນທີ 10 ມິຖຸນາ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານ Dato Amin Abdullah ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດ ບຣູໄນ ໄດ້ມີການໂອ້ລົມທາງໂທລະສັບຕາມການສະເໜີຂອງຝ່າຍ ບຣູໄນ, ເພ່ືອແລກປ່ຽນກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດໃນ ສະພາບທີ່ ຫວຽດນາມ ພວມເປັນປະທານ ອາຊຽນ ໃນປີ 2020.
ຫວຽດ​ນາມ - ບ​ຣູ​ໄນ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ເປີດເສັນ​ທາງ​​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ​ໂດຍ​ໄວ - ảnh 1 ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: congthuong.vn)

 ລັດຖະມົນຕີສອງທ່ານໄດ້ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ມານະພະຍາຍາມເພື່ອເປີດເສັ້ນທາງເຊື່ອມຕໍ່ດ້ານການຄ້າໂດຍໄວຜ່ານບັນດາສາຍການບິນການຄ້າສາກົນ, ບັນດາການຂົນສົ່ງທາງທະເລເມື່ອຄວບຄຸມເຊື້ອພະຍາດໄດ້.

ທ່ານ ເຈິ່ນຕ໊ວນແອັງ ກໍ່ແບ່ງປັນວ່າ ລັດຖະບານ ຫວຽດນາມພວມຄົ້ນຄ້ວາເພື່ອວາງອອກບັນດາແຜນຮ່າງການເຊື່ອມຕໍ່ບັນດາປະເທດ, ການເຊື່ອມຕໍ່ດ້ານການຄ້າ, ການທ່ອງທ່ຽວສຳລັບປະເທດປອດໄພ, ບໍ່ມີຜູ້ຕິດເຊື້ອໃໝ່ໃນ 30 ມື້ຫວ່າງມໍ່ໆມານີ້.

ທ່ານ Dato Amin Abdullah ສະເໜີໃຫ້ມີການຮ່ວມມືກັບ ຫວຽດນາມ ຢ່າງເໜ້ນແຟ້ນກ່ວາອີກເພື່ອກະກຽມໃຫ້ແກ່ການມອບຮັບໜ້າທີ່ບົດບາດເປັນປະທານ ອາຊຽນ ໃນປີ 2021 ໃຫ້ ບຣູໄນ; ພ້ອມທັງສະເໜີສ້າງຕັ້ງຊ່ອງທາງແລກປ່ຽນຂັ້ນເຕັກນິກຢ່າງເປັນປະຈຳເພື່ອປຶກສາຫາລືໃຫ້ແກ່ການມອບຮັບໜ້າທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ