ຫວຽດນາມ ພວມມີ ທ່າໄດ້ປຽບໃນການ ດຶງດູດການລົງທຶນຈາກ ຍີ່ປຸ່ນ
(ພາບປະກອບ)
(vovworld) - ບົດລາຍງານທ່າອ່ຽງລົງທຶນຂອງວິສາຫະກິດຍີ່ປຸ່ນ ຢູ່ຫວຽດນາມ ໂດຍອົງການຊຸກຍູ້ການຄ້າຕ່າງປະເທດຍີ່ປຸ່ນ (JETRO) ປະກາດຫວ່າງແລ້ວນີ້ໃຫ້ຮູ້ວ່າ, ມີວິສາຫະກິດຍີ່ປຸ່ນເຖິງ 70% ລົງທຶນເຂົ້າຫວຽດນາມ ພວມມີແຜນການເປີດກວ້າງການດຳເນີນທຸລະກິດ ແລະ ສືບຕໍ່ຖືຫວຽດນາມ ແມ່ນສະຖານທີ່ສຳຄັນເພື່ອລົງທຶນ. ອັດຕາດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ລື່ນກາຍ ອິນໂດເນເຊຍ, ໄທ, ຟີລິບປີນ ໃນການແກ່ງແຍ້ງດຶງດູດເງິນລົງທຶນຈາກຍີ່ປຸ່ນ. ຕາມທ່ານ Atsusuke Kawada, ຫົວໜ້າຜູ້ຕາງໜ້າ JETRO ປະຈຳຫວຽດນາມ ແລ້ວ, ປະຈຸບັນມີວິສາຫະກິດຍີ່ປຸ່ນ 2.000 ແຫ່ງພວມລົງທຶນເຂົ້າຫວຽດນາມ ລວມທັງບັນດາຫ້ອງການຜູ້ຕາງໜ້າ. ໃນມໍ່ໆມານີ້, ມີວິສາຫະກິດຫຼາຍແຫ່ງ ໄດ້ມີທ່າອ່ຽງລົງທຶນ, ກໍ່ສ້າງບັນດາໂຮງງານແຫ່ງທີ 2, ທີ 3 ຢູ່ຫວຽດນາມ ແລະ ບໍ່ພຽງແຕ່ສຸມໃສ່ເຂົ້າໃນບັນດາເຂດອຸດສາຫະກຳໃຫຍ່ເທົ່ານັ້ນ ຫາກຍັງເປີດກວ້າງຢູ່ທ້ອງຖິ່ນຕ່າງໆອີກດ້ວຍ.
ທ່ານ Kawada ກໍ່ຖືວ່າ, ປະຊາຄົມວິສາຫະກິດຍີ່ປຸ່ນ ໄດ້ຕີລາຄາສູງຂອບເຂດ ແລະ ຄວາມສາມາດເຕີບໂຕຂອງຕະຫຼາດຫວຽດນາມ ກໍ່ຄືສະຖຽນລະພາບດ້ານການເມືອງ - ສັງຄົມຢູ່ຫວຽດນາມ.