ຫວຽດນາມ- ຟີລິບປິນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ລັດຖະມົນຕີການຕ່າງປະເທດຟີລິບປິນ Albert del Rosaria |
(vovworld)- ວັນທີ 21/10, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມຄັ້ງທີ 8 ຄະນະກຳມາທິການຮ່ວມມື 2 ຝ່າຍຫວຽດນາມ- ຟີລິບປິນ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ລັດຖະມົນຕີການຕ່າງປະເທດຟີລິບປິນ
Albert del Rosaria ໄດ້ຕີລາຄາຄືນການປະຕິບັດບັນດາໝາກຜົນຂອງກອງປະຊຸມຄັ້ງທີ 7 ຄະນະກຳມາທິການຮ່ວມມື 2 ຝ່າຍຫວຽດນາມ- ຟີລິບປິນ, ພ້ອມທັງວາງອອກບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກໆຂົງເຂດ. 2 ຝ່າຍຖືວ່າ ຫວຽດນາມ- ຟີລິບປິນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ຈະສ້າງກຳລັງຊຸກຍູ້ການຮ່ວມມືໃໝ່. 2 ຝ່າຍເຫັນດີຈະຊຸກຍຸ້ການພົບປະລະຫວ່າງ ວິສາຫະກິດ 2 ປະເທດເພື່ອຍົກວົງເງິນການຄ້າລະຫວ່າງ 2 ປະເທດຂຶ້ນເຖິງ 3 ຕື້ USD ຫຼືສູງກວ່ານັ້ນໃນປີໜ້າ.