ຫວຽດນາມ ມານະ​ພະຍາຍາມ​ຍູ້​​ໄວ​ວິວັດ​ການ​ຄົ້ນຄວ້າ, ຜະລິດ​ວັກ​ຊີ​ນກັນ​ພະຍາດ​ໂຄ​ວິດ-19

(VOVWORLD) -      ຫວຽດນາມ ມີ 4 ຫົວໜ່ວຍພວມຄົ້ນຄວ້າ, ຜະລິດວັກຊີນ ໂຄວິດ - 19, ແຕ່ລະຫົວໜ່ວຍໄດ້ຜັນຂະຫຍາຍຕາມທິດສໍາຜັດທີ່ແຕກຕ່າງກັນ, ແຕ່ໃນເບື້ອງຕົ້ນແມ່ນໃຫ້ໝາກຜົນເປັນໜ້າຊື່ນຊົມ; ຖ້າຫາກສະດວກດີ ແມ່ນຈະດໍາເນີນທົດລອງຢູ່ນໍາຄົນໃນທ້າຍປີນີ້.
ຫວຽດນາມ ມານະ​ພະຍາຍາມ​ຍູ້​​ໄວ​ວິວັດ​ການ​ຄົ້ນຄວ້າ, ຜະລິດ​ວັກ​ຊີ​ນກັນ​ພະຍາດ​ໂຄ​ວິດ-19 - ảnh 1 ກອງປະຊຸມສໍາມະນາຜັນຂະຫຍາຍການຄົ້ນຄວ້າ, ຜະລິດ, ທົດລົງໃນເບື້ອງຕົ້ນ, ອະນຸຍາດຈົດທະບຽນ, ນໍາໃຊ້ວັກຊີນກັນພະຍາດໂຄວິດ - 19 ຢູ່ ຫວຽດນາມ (ພາບ: ກະຊວງສາທາລະນະສຸກ)

ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາທີ່ກອງປະຊຸມສໍາມະນາຜັນຂະຫຍາຍການຄົ້ນຄວ້າ, ຜະລິດ, ທົດລົງໃນເບື້ອງຕົ້ນ, ອະນຸຍາດຈົດທະບຽນ, ນໍາໃຊ້ວັກຊີນກັນພະຍາດໂຄວິດ - 19 ຢູ່ ຫວຽດນາມ, ເຊິ່ງໄດ້ດໍາເນີນໃນຕອນເຊົ້າວັນທີ 22 ກໍລະກົດ ຢູ່ຮ່າໂນ້ຍ.    

        ທີ່ກອງປະຊຸມ, ທ່ານ ຫງວຽນແທ່ັງລອງ, ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າກໍພວມກະກຽມໃຫ້ແກ່ບັນດາແຜນຮ່າງທີ່ມີລັກສະນະລົງທຶນ ກໍຄືບັນຫາກ່ຽວກັບກອງທຶນ ວັກຊີນ ເພື່ອສາມາດຮັບປະກັນໃຫ້ປະຊາຊົນຫວຽດນາມ ໄດ້ເຂົ້າເຖິງວັກຊີນໃນໄລຍະໄວທີ່ສຸດ ເມື່ອທົ່ວໂລກມີວັກຊີນ ແລະ ເມື່ອຫວຽດນາມ ສາມາດຜະລິດວັກຊີນໄດ້”.

ໄລ່ຮອດວັນທີ 15 ກໍລະກົດ, ທົ່ວໂລກມີທັງໝົດ 163 ໂຄງການ ວັກຊີນກັນພະຍາດໂຄວິດ - 19 ພວມໄດ້ຄົ້ນຄວ້າ, ພັດທະນາໃນທົ່ວໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ