ຫວຽດ​ນາມ ຢັ​້ງ​ຢືນ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃໝ່ ຕື່ມອ​ີກ 18 ກໍ​ລະ​ນີ

(VOVWORLD) -ນັບແຕ່ເວລາ 6 ໂມງຂອງວັນທີ 17 ກຸມພາ ຫາເວລາ 18 ໂມງຂອງວັນທີ 17 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ໃນຊຸມຊົນ 18 ກໍລະນີ ຢູ່ ຫາຍເຢືອງ.
ຫວຽດ​ນາມ ຢັ​້ງ​ຢືນ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃໝ່ ຕື່ມອ​ີກ 18   ກໍ​ລະ​ນີ - ảnh 1(ພາບ: tienphong.vn)

 ຕາມແຫຼ່ງຂ່າວ ຈາກຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ໃຫ້ຮູ້ວ່າ: ນັບແຕ່ເວລາ 6 ໂມງຂອງວັນທີ 17 ກຸມພາ ຫາເວລາ 18 ໂມງຂອງວັນທີ 17 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ໃນຊຸມຊົນ 18 ກໍລະນີ ຢູ່ ຫາຍເຢືອງ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ຂຶ້ນເຖິງ 2.329 ກໍລະນີ. ໃນນັ້ນ, ມີ 1.430 ກໍລະນີຕິດເຊື້ອຢູ່ພາຍໃນປະເທດ. ປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຫາຍດີ 1.580 ກໍລະນີ ແລະ ມີ 35 ກໍລະນີເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ