ຫວຽດນາມ ຢັ້ງຢືນ​ມີ​ຜູ້​ຕິ​ດ​ເຊື້ອ​ໂຄວິດ - 19 ຕື່ມ​ອີກ 04 ຄົນ

(VOVWORLD) - ຕອນບ່າຍວັນທີ 19 ສິງຫາ, ກະຊວງສາທາລະນະສຸກໄດ້ແຈ້ງໃຫ້ຊາບວ່າ ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 04 ຄົນ.

        ໃນນັ້ນ, ມີ 2 ຄົນ ຢູ່ດ່າໜັງ, 01 ຄົນ ຢູ່ແຂວງກວ໋າງນາມ ແລະ 1 ຄົນຢູ່ແຂວງຫາຍເຢືອງ. ເປັນອັນວ່າ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 993 ຄົນ.

        ຕາມການລາຍງານຂອງອະນຸກໍາມະການປິ່ນປົວ ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19, ໃນວັນທີ 19 ສິງຫາ, ທົ່ວປະເທດມີ ຄົນເຈັບຕິດເຊື້ອທັງໝົດ 15 ຄົນ ໄດ້ຮັບການປິ່ນປົວຫາຍດີ, ຍົກຈໍານວນຜູ້ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 535 ຄົນ ແລະ ມີຜູ້ເສຍຊີວິດ 25 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ