ຫວຽດນາມ ຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ໃນການກາຍເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດອອກສະໝັກເລືອກຕັ້ງດ້ວຍຖານະເປັນປະເທດຕາງໜ້າໜຶ່ງດຽວໃຫ້ແກ່ກຸ່ມບັນດາປະເທດ ອາຊີ - ປາຊີຟິກ.
ຫວຽດນາມ ຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ໃນການກາຍເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ 

  ວັນທີ 7 ມິຖຸນາ, ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 73 ໄດ້ຈັດຕ້ັງການປ່ອນບັດເລືອກຕັ້ງ 5 ກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ໃໝ່. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດອອກສະໝັກເລືອກຕັ້ງດ້ວຍຖານະເປັນປະເທດຕາງໜ້າໜຶ່ງດຽວໃຫ້ແກ່ກຸ່ມບັນດາປະເທດ ອາຊີ - ປາຊີຟິກ. ເພື່ອສາມາດກາຍເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ນັ້ນ, ແຕ່ລະປະເທດທີ່ອອກສະໝັກເລືອກຕັ້ງ ຢ່າງໜ້ອຍສຸດຕ້ອງໄດ້ຮັບ 2/3 ໃນຈໍານວນບັດສະໜັບສະໜູນ ເຊິ່ງເທົ່າກັບ 129 ບັດ ຖ້າຫາກວ່າ 193 ປະເທດສະມາຊິກທັງໝົດຂອງ ສປຊ ເຂົ້າຮ່ວມການປ່ອນບັດ. ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ອອກສະໝັກເລືອກຕັ້ງເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ. ອາຍຸການທໍາອິດຂອງຫວຽດນາມ ແມ່ນແຕ່ປີ 2008 – 2009 ແລະ ຫວຽດນາມ ເຄີດໍາລົງຕໍາແໜ່ງເປັນປະທານສະພາຄວາມໝັ້ນຄົງໃນເດືອນ ກໍລະກົດ 2008 ແລະ ເດືອນ ຕຸລາ 2009.


ຕອບກັບ

ຂ່າວ/ບົດ​ອື່ນ