(vovworld) - ວັນທີ 13/3, ກອງປະຊຸມຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 4 ທີ່ຈັດຕັ້ງຂຶ້ນຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ. ທ່ານ ພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໋ວິ້ງ ເນັ້ນໜັກເຖິງ ສະພາບການຄວາມໝັ້ນຄົງໃນພາກພື້ນ, ບັນດາໄພອັນຕະລາຍ ແລະ ການທ້າທາຍ ກໍ່ຄືຊີ້ໃຫ້ເຫັນບັນດາທິດທາງຮ່ວມມື ອາຊຽນ - ຍີ່ປຸ່ນ ເພື່ອພ້ອມກັນຮັບມືກັບບັນດາການທ້າທາຍດ້ານປ້ອງກັນຄວາມສະຫງົບໃນປະຈຸບັນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫງວຽນຈີ໋ວິ້ງ ສະແດງຄວາມປາດຖະໜາຢາກໃຫ້ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ພ້ອມກັນເພີ່ມທະວີການຮ່ວມມືຮັບປະກັນຄວາມປອດໄພການເດີນທະເລ ແລະ ປະຕິບັດກົດໝາຍສາກົນ. ທ່ານຖືວ່າ: ບັນດາປະເທດຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບສະພາບຄວາມປອດໄພໃນພາກພື້ນ, ພິເສດແມ່ນມີຄວາມເຂົ້າໃຈ ແລະ ນຳໃຊ້ຄືກັນ ກ່ຽວກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (ຫຼື UNCLOS) ປີ 1982 ແລະ ມີການປະພຶດຕໍ່ຢ່າງຖືກຕ້ອງຕາມກົດໝາຍສາກົນ, ເປີດເຜີຍ, ກະຈ່າງແຈ້ງ ແລະ ໄດ້ຮັບການຮັບຮູ້ຈາກສາກົນ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະ ເພື່ອສັນຕິພາບໃນພາກພື້ນ.