ພາບປະກອບ
(vovworld) – ວັນທີ 22/5, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຄະນະກຳມະການຊົນເຜົ່າຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການເພີ່ມທະວີການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດທີ່ເຮັດວຽກງານຊົນເຜົ່າຫວຽດນາມ - ລາວ. ຂໍ້ຕົກລົງຊີ້ແຈ້ງວ່າ ຫວຽດນາມ ແລະ ລາວຈະສົມທົບກັນ ບຳລຸງສ້າງພະນັກງານ, ແຕ່ລະຊຸດເຝິກອົບຮົມຈະແກ່ຍາວ 1 ເດືອນ ຕາມໄລຍະເວລາທີ່ເໝາະສົມ. ທັງສອງຝ່າຍໄດ້ມີການພົບປະເຈລະຈາ, ເຫັນດີຕໍ່ 12 ຫົວເລື່ອງສະເພາະໃຫ້ແກ່ການເຝິກອົບຮົບແຕ່ລະຊຸດ. ໃນນັ້ນມີ: ນະໂຍບາຍຊົນເຜົ່າຂອງພັກ ແລະ ລັດ, ການຈັດຕັ້ງປະຕິບັດລາຍການ, ໂຄງການຢູ່ເຂດຊົນເຜົ່າສ່ວນໜ້ອຍ. ໃນໂອກາດນີ້, ຄະນະຜູ້ແທນຄະນະກຳມະການຊົນເຜົ່າຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ແບ່ງປັນບົດຮຽນກ່ຽວກັບການປະຕິບັດວຽກງານຊົນເຜົ່າ ແລະ ນະໂຍບາຍຊົນເຜົ່າຂອງແຕ່ລະປະເທດ, ກໍ່ສ້າງ ແລະ ຜັນຂະຫຍາຍບັນດາຮູບແບບພັດທະນາເສດຖະກິດສັງຄົມແບບຍືນຍົງຢູ່ເຂດຊາຍແດນຫວຽດນາມ - ລາວ.