ຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ

ຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ - ảnh 1
ຫວຽດນາມ - ສິງກະ​ໂປ ຊຸກຍູ້​ການ​ຮ່ວມ​ມື 2 ​ຝ່າຍ ​ແລະ ຫຼາຍ​ຝ່າຍ
(ພາບ: vovgiaothong.vn)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນຂັ້ນ​ສູງສະພາ​ແຫ່ງ​ຊາດ​ສິງກະ​​ໂປ ​ໂດຍ​ທ່ານ​ນາງ Halima Yacob, ປະທານ​ສະພາ​ແຫ່ງ​ຊາດ​ສິງກະ​ໂປ ນຳ​ໜ້າ, ​ໄດ​້ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈລະຈາ, ພາຍຫຼັງ​ພິທີ່​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ຍາ​ມ​ໃດ​ຫວຽດນາມ ກໍ່​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ສິ່ງ​ກະ​ໂປ ​ແລະ ປາດ​ຖະໜາ​ຢ່າ​ກສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ກັບ​ສິງກະ​​​ໂປ ​ໃນ​ຂົງ​ເຂດ​ເສດ​ຖະກິດ, ການ​ຄ້າ, ກາ​ນສຶກສາ, ທ່​ອງທ່ຽວ ​ແລະ ຄົ້ນຄວ້າ​ວິທະຍາ​ສາດ. ສ່ວນ​ທ່ານ​ນາງ Halima Yacob ​​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ແມ່ນ​ພື້ນຖານ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ ​ແລະ ​ເຊື່ອ​ໝັ້ນ​ຕໍ່​ນະ​ໂຍບາຍ​ເປີດ, ສະພາບ​ແວ​ດລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ດຶງ​ດູດ, ຫວຽດນາມ ຈະ​ດຶງດູດ​ນັກ​ລົງທຶນ​ສິງ​ກະ​ໂປ​ມາ​ລົງທຶນ​ຢູ່ຫວຽດນາມຢ່າງ​ຫຼວງ​ຫຼາຍ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລັດຖະສະພາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ Halima Yacob ​ໄດ້​ເປັນ​ເອກະ​ພາບ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃຫ້​ທັງ 2 ຂົງ​ເຂດ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ​ກວ່າ​ອີກ, ພ້ອມ​ກັບ​ປະຊາຊົນ 2 ປະ​ເທດ​ຊຸກ​ຍູ້​ກາ​ນຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ແຂວງ​ກວ່າ​ອີກ. 2 ຝ່າຍ​ສືບ​ຕໍ່​​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ ​ແລະ ທັດ​ສະ​ນະ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ນິຕິບັນຍັດ. 2 ສະພາ​ແຫ່ງ​ຊາດ​ຈະ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ສັນຍາ, ສົນທິສັນຍາ​ລະຫວ່າງ​ລັດຖະບານ​ຫວຽດນາມ - ສິງກະ​ໂປ ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ