ຫວຽດ​ນາມ - ສະ​ຖານ​ທີ່​ຈັບ​ອົກ​ຈັບ​ໃຈ, ປອດ​ໄພ​ສຳ​ລັບ​ຊາວ ກາ​ນາ​ດາ

(VOVWORLD) - ຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼາຍ ດ້ວຍບັນດາຮູບພາບກ່ຽວກັບປະຊາຊົນ ແລະ ປະເທດຫວຽດນາມ ທີ່ສວຍງາມ. ບັນດາຮູບການທ່ອງທ່ຽວທີ່ຈັບອົກຈັບໃຈ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊີວິດຊີວາ ໄດ້ນຳມາແນະນຳຢ່າງພົ້ນເດັ່ນໃນງານວາງສະແດງ, ອັນໄດ້ຊ່ວຍແຂກທ່ອງທ່ຽວຮູ້ເຖິງນ້ຳໃຈຄວາມຮັກແພງແຂກຄົນຂອງຊາວ ຫວຽດນາມ ໄດ້ຢ່າງຈະແຈ້ງກວ່າ.
ຫວຽດ​ນາມ - ສະ​ຖານ​ທີ່​ຈັບ​ອົກ​ຈັບ​ໃຈ, ປອດ​ໄພ​ສຳ​ລັບ​ຊາວ ກາ​ນາ​ດາ - ảnh 1ສະຖານທີ່ທ່ອງທ່ຽວ ຕາມກົກ, ແຂວງ ນິງບິ່ງ (ພາບ: VOV)

ພາບພົດກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ການທ່ອງທ່ຽວຂອງ ຫວຽດນາມ ໄດ້ແນະນຳເຖິງປະຊາຊົນ ກາດານາ ໃນຂອບເຂດງານວາງສະແດງການທ່ອງທ່ຽວ ແລະ ໄລຍະພັກຜ່ອນຄັ້ງທີ 27 ເຊິ່ງໄດ້ດຳເນີນໄປຢ່າງຟົດຟື້ນມ່ວນຊື່ນ ໃນລະຫວ່າງວັນທີ 6 – 7 ເມສາ ຢູ່ນະຄອນ Ottawa. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງສະຖານທູດ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າບັນດາຄະນະທຸຕານຸທູດສາກົນ ປະຈຳ Ottawa, ບັນດາບໍລິສັດທ່ອງທ່ຽວ ແລະ ບໍລິສັດສະໜອງການບໍລິການທ່ອງທ່ຽວຈາກທຸກເຂດແຄວ້ນໃນທົ່ວໂລກ.

              ດ້ວຍຈຸດປະສົງ ສະແດງຄວາມສຳຄັນ ແລະ ຄຸນຄ່າຂອງບັນດາປະເພດຜະລິດຕະພັນທ່ອງທ່ຽວ, ງານວາງສະແດງໃນປີນີ້ ໄດ້ສະໜອງໃຫ້ແຂກທ່ອງທ່ຽວກ່ຽວກັບຂໍ້ມູນຂອງຫຼາຍກວ່າ 60 ສະຖານທີ່ທ່ອງທ່ຽວສາກົນ ກໍຄື ປະມານ 40 ສະຖານທີ່ທ່ອງທ່ຽວຢູ່ ການາດາ ແລະ ອາເມລິກາ. ຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼາຍ ດ້ວຍບັນດາຮູບພາບກ່ຽວກັບປະຊາຊົນ ແລະ ປະເທດຫວຽດນາມ ທີ່ສວຍງາມ. ບັນດາຮູບການທ່ອງທ່ຽວທີ່ຈັບອົກຈັບໃຈ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊີວິດຊີວາ ໄດ້ນຳມາແນະນຳຢ່າງພົ້ນເດັ່ນໃນງານວາງສະແດງ, ອັນໄດ້ຊ່ວຍແຂກທ່ອງທ່ຽວຮູ້ເຖິງນ້ຳໃຈຄວາມຮັກແພງແຂກຄົນຂອງຊາວ ຫວຽດນາມ ໄດ້ຢ່າງຈະແຈ້ງກວ່າ.

             

ຕອບກັບ

ຂ່າວ/ບົດ​ອື່ນ