ຫວຽດ​ນາມ ສະ​ເໜີ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ກົດ​ໝາຍ, ປົກ​ປ້ອງ​ສາ​ມັນ​ຊົນ ຢູ່ ໄຮ​ຕີ

(VOVWORLD) -ວັນທີ 4 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມເພື່ອຮັບຟັງບົດລາຍງານກ່ຽວກັບສະພາບການຢູ່ ໄຮຕີ ແລະ ການເຄື່ອນໄຫວຂອງຫ້ອງການປະສານງານຂອງ ສປຊ ປະຈຳ ໄຮຕີ.
ຫວຽດ​ນາມ ສະ​ເໜີ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ກົດ​ໝາຍ, ປົກ​ປ້ອງ​ສາ​ມັນ​ຊົນ ຢູ່ ໄຮ​ຕີ - ảnh 1ພາບປະກອບ: AFP/TTXVN

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຄວາມຫຍຸ້ງຍາກ, ຂາດສະຖຽນລະພາບຢູ່ ໄຮຕີ. ຜູ້ຕາງໜ້າ ຫວຽດນາມ ໄດ້ຢັ້ງຢືນຂໍ້ຕົກລົງທາງການເມືອງ ລະຫວ່າງ ທ່ານນາຍົກລັດຖະມົນຕີ ໄຮຕີ ແລະ ບັນດາພັກການເມືອງ, ບັນດາອົງການຈັດຕັ້ງສາກົນພົນລະເຮືອນ ກ່ຽວກັບການຈັດຕັ້ງການເລືອກຕັ້ງໃນປີ 2022 ແລະ ປາດຖະໜາຢາກບັນດາຝ່າຍທີ່ກ່ຽວຂ້ອງ ກຳນົດບັນດາຂົງເຂດບຸລິມະສິດ, ໃນນັ້ນ ສຸມໃສ່ເຂົ້າຮູບແບບ ແລະ ຈຸດເວລາການເລືອກຕັ້ງ, ຮັບປະກັນອັດຕາ 30% ຜູ້ຕາງໜ້າແມ່ນແມ່ຍິງເຂົ້າຮ່ວມ ການເຄື່ອນໄຫວດ້ານການເມືອງ. ຫວຽດນາມ ກ່າວປະນາມບັນດາການກະທຳໃຊ້ຄວາມຮຸນແຮງ, ລອບຈັບຕົວຂອງບັນດາກຸ່ມອາດຊະຍາກຳ ກໍ່ຄວາມຂາດສະຖຽນລະພາບດ້ານການເມືອງ, ສັງຄົມຢູ່ ໄຮຕີ ແລະ ສະເໜີເພີ່ມທະວີບັນດາມາດຕະການປະຕິບັດກົດໝາຍ, ປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ. ຜູ້ຕາງໜ້າ ຫວຽດນາມ ກໍ່ຮຽກຮ້ອງໃຫ້ ໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງຕຳຫຼວດ ໄຮຕີ ຜ່ານການຝຶກແອບ, ບຳລຸງສ້າງ, ປະກອບອຸປະກອນ ແລະ ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ. ພ້ອມທັງ, ຮຽກຮ້ອງໃຫ້ ສປຊ, ບັນດາອົງການຈັດຕັ້ງສາກົນ, ພາກພື້ນ ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອໄຮຕີ ຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ. ຫວຽດນາມ ຢັ້ງຢືນການສະໜັບສະໜູນ ສຳລັບປະຊາຊົນໄຮຕີເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ໄຮຕີ.

ຕອບກັບ

ຂ່າວ/ບົດ​ອື່ນ