(vovworld) - ຕອນບ່າຍວັນທີ 12/12, ທີ່ການຕ້ອນຮັບທ່ານ Choi Kyonglim, ຮອງລັດຖະມົນຕີການຕ່າງປະເທດ ແລະ ການຄ້າສ.ເກົາຫຼີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ໄດ້ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນກອງປະຊຸມສຳມະນາ “ເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ - ສ.ເກົາຫຼີ” ລະຫວ່າງຄະນະຜູ້ແທນກະຊວງການຕ່າງປະເທດ ແລະ ການຄ້າ ສ.ເກົາຫຼີ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ທີ່ຫາກໍດຳເນີນຢູ່ຮ່າໂນ້ຍ.
ທ່ານຮອງລັດຖະມົນຕີ Choi Kyonglim ຖືວ່າ ບຸລິມະສິດຂອງສ.ເກົາຫຼີ ແມ່ນຊຸກຍູ້ການລົງນາມໃນສັນຍາ FTA, ສູ້ຊົນບັນລຸຄາດໝາຍເຕີບໂຕການຄ້າສອງຝ່າຍຂຶ້ນເຖິງ 25 ຕື້ USD ໃນປີ 2015 ແລະ 30 ຕື້ USD ໃນຊຸມປີຕໍ່ໆໄປ.
ແລະກໍໃນວັນດຽວກັນ, ກະຊວງອຸດສາຫະກຳການຄ້າຫວຽດນາມ ພ້ອມກັບ ກະຊວງການຕ່າງປະເທດ ແລະ ການຄ້າ ສ.ເກົາຫຼີ ຈັດຕັ້ງກອງປະຊຸມສຳມະນາ “ເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ - ສ.ເກົາຫຼີ”. ນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນເກີມຕຸ໋ (Nguyen Cam Tu) ຢືນຢັນການສ້າງຕັ້ງສັນຍາ FTA ກັບສ.ເກົາຫຼີ ຈະສ້າງກາລະໂອກາດໃຫ້ວິສາຫະກິດຫວຽດນາມ ແກ່ງແຍ້ງດີກວ່າຢູ່ຕະຫຼາດນີ້, ພ້ອມທັງຊຸກຍູ້ການສົ່ງອອກໄປຍັງສ.ເກົາຫຼີ ກໍຄືບັນດາຕະຫຼາດອື່ນໆ. ທ່ານ ຫງວຽນເກີມຕຸ໋ ກ່າວວ່າ.
“ສິນຄ້າຕົ້ນຕໍ່ທີ່ ຫວຽດນາມ ນຳເຂົ້າຈາກ ສ.ເກົາຫຼີ ແມ່ນວັດຖຸດິບເຊື້ອເພີງສົມເຂົ້າທີ່ຮັບໃຊ້ໃຫ້ການລົງທຶນ, ການຜະລິດ, ໃນນັ້ນມີພາກສ່ວນໜຶ່ງຮັບໃຊ້ໃຫ້ວິສາຫະກິດພະລິດສິນຄ້າສົ່ງອອກຂອງຫວຽດນາມ. ໃນຂະນະນັ້ນ, ບັນດາໝວດສິນຄ້າສົ່ງອອກຕົ້ນຕໍ່ຂອງຫວຽດນາມ ໄປຍັງຕະຫຼາດສ.ເກົາຫຼີ ແມ່ນເຄື່ອງຕໍ່າແຜນຕັດຫຍິບ, ເຄື່ອງເຟີນີເຈີ, ສິນຄ້າກະສິກຳ… ປີ 2011, ໝວດສິນຄ້ານີ້ ກວມເອົາ 70% ມູນຄ່າສົ່ງອອກໄປຍັງສ.ເກົາຫຼີ”.