(VOVWORLD) - ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ອີຕາລີ; ສະເໜີໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ
ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Manlio Di Stefano, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຕາລີ |
ຕອນບ່າຍວັນທີ 7 ມິຖຸນາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Manlio Di Stefano, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຕາລີ ເນື່ອງໃນໂອກາດມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ (ແຕ່ວັນທີ 7 – 9 ມິຖຸນາ).
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ອີຕາລີ; ສະເໜີໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນ ພ້ອມທັງເປີດກ້ວາງສູ່ບັນດາຂົງເຂດຄືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງ, ກະສິກຳ, ຄ້ຳປະກັນທັນຍາຫານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ສ່ວນທ່ານຮອງລັດຖະມົນຕີ Manlio Di Stefano ຢັ້ງຢືນວ່າ: ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນບຸລິມະສິດໃນການຮ່ວມມືສອງຝ່າຍ, ຄຳໝັ້ນສັນຍາເພີ່ມທະວີດ້ານການຄ້າ, ການລົງທຶນຂອງ ອີຕາລີ ຢູ່ ຫວຽດນາມ, ຄູ່ຮ່ວມມືອັນດັບຕົ້ນຂອງ ອີຕາລີ. ທ່ານຮອງລັດຖະມົນຕີ Manlio Di Stefano ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນອາຊຽນ; ຫວັງວ່າ ຫວຽດນາມ ສະໜັບສະໜູນ ອີຕາລີ ເພີ່ມທະວີການມີໜ້າຢູ່ພາກພື້ນ ອາຊຽນ, ຊຸກຍູ້ບັນດາໂຄງການຮ່ວມມືກັບ ອາຊຽນ ແບບຍືນຍົງ, ກການຮ່ວມມືອາວະກາດ, ສິ່ງແວດລ້ອມ.