(ພາບປະກອບ)
(vovworld) – ຕອນບ່າຍວັນທີ 23/01, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນຄວາມສະງົບພາຍໃນອາເມລິກາ Mathew H.Kinh ພວມຢ້ຽມຢາມຫວຽດນາມ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຫວຽດນາມ ເລກຸຍເວືອງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງອາເມລິກາ ໄດ້ມີບັນດາບາດກ້າວບຸກທະລຸ, ບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ. ທ່ານ ເລກຸຍເວືອງ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຍົກສູງປະສິດທິຜົນການຮ່ວມມືຮອບດ້ານໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳຄ້າຂາຍມະນຸດ… ຍູ້ແຮງກຳລັງຄວາມສາມາດໃຫ້ກຳລັງປະຕິບັດກົດໝາຍ.