ຫວຽດນາມ - ອາເມລິກາ ພັດທະນາການພົວພັນຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍ
(VOVWORLD) - ຕອນບ່າຍວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Mark Knapper.
ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Mark Knapper (ພາບ: VOV) |
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າ ແລະ ຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຢູ່ທັງ ສອງຝ່າຍ, ພາກພື້ນ ແລະ ສາກົນ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນໃນພາກພື້ນ.
ທ່ານລັດຖະມົນຕີ ໂຕເລິມ ກໍສະເໜີໃຫ້ທ່ານເອກອັກຄະລັດຖະທູດ Mark Knapper ເອົາໃຈໃສ່ຊຸກຍູ້ການເພີ່ມທະວີການຮ່ວມມືລົງເລິກຂະແໜງລະຫວ່າງອົງການປ້ອງກັນຄວາມສະຫງົບຂອງທັງສອງປະເທດ ໂດຍຜ່ານການແລກປ່ຽນ, ແບ່ງປັນຂໍ້ມູນຍຸດທະສາດກ່ຽວກັບບັນດາບັນຫາເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ; ຊຸກຍູ້ການສ້າງ ແລະ ຜັນຂະຫຍາຍກົນໄກເຈລະຈາປະຈຳປີ ລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ (NSA); ຍູ້ແຮງການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳ… ແນໃສ່ສ້າງກອບນິຕິກຳປະກອບສ່ວນເພີ່ມທະວີການຮ່ວມມືໃນຂົງເຂດປະຕິບັດກົດໝາຍລະຫວ່າງສອງຝ່າຍ.
ສ່ວນທ່ານເອກອັກຄະລັດຖະທູດ Mark Knapper ຢັ້ງຢືນເຖິງ ການພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ອາເມລິກາ - ຫວຽດນາມ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນ, ສົມທົບກັນປະຕິບັດລະບຽບລະຫວ່າງອົງການກ່ຽວຂ້ອງຂອງ ອາເມລິກາ ກັບກະຊວງຕຳຫຼວດ ຫວຽດນາມ ຈະສືບຕໍ່ຍູ້ແຮງ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.