(ພາບປະກອບ)
(vovworld) – ກອງປະຊຸມລັດຖະມົນຕີເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝີກ (APEC) ຖືກດຳເນີນໄປໃນຕອນເຊົ້າວັນທີ 20/04, ຢູ່ສູນກອງປະຊຸມ ແລະ ວາງສະແດງສາກົນ, ນະຄອນຫຼວງ Surabaya, ຂຶ້ນກັບນະຄອນ Java, ປະເທດອີນໂດເນເຊຍ. ໃນ 2 ວັນດຳເນີນກອງປະຊຸມ, ບັນດາລັດຖະມົນຕີການຄ້າຂອງບັນດາພື້ນຖານເສດຖະກິດສະມາຊິກ ພ້ອມກັບຜູ້ຕາງໜ້າບັນດາອົງການຈັດຕັ້ງໃນພາກພື້ນ ແລະ ສາກົນທີ່ກ່ຽວຂ້ອງຄື ອາຊຽນ, ອົງການການການຄ້າສາກົນ, ສະພາຮ່ວມມືເສດຖະກິດອາຊີປາຊີຝີກ ແລະ ຄະນະເລຂາ APEC ຈະສຸມໃສ່ປຶກສາຫາລືບັນດາບັນຫາ, ເນື້ອໃນ ແລະ ຂໍ້ລິເລີ່ມແນໃສ່ກະກຽມໃຫ້ກອງປະຊຸມສຸດຍອດ APEC ເຊິ່ງຈະດຳເນີນໄປໃນເດືອນ 10/2013 ຈະມາເຖິງຢູ່ບາລີ, ປະເທດອີນໂດເນເຊຍ. ຈຸດສຸມໃນການປຶກສາຫາລືຂອງກອງປະຊຸມສຸມໃສ່ເຂົ້າໃນການຫັນການຄ້າເປັນເສລີ ແລະ ການລົງທຶນຜ່ານການພັດທະນາພື້ນຖານໂຄງລ່າງ, ຊຸກຍູ້ການລົງທຶນ ແລະ ປະຕິຮູບໂຄງປະກອບ, ຈຸດໝາຍແມ່ນນຳ APEC ກາຍເປັນພາກພື້ນເປີດປະຕູ ແລະ ເສລີດ້ານການຄ້າໃນປີ 2020.
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູຮຸຍຮ່ວາງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ຄາດວ່າ ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ຈະມີການພົບປະ 2 ຝ່າຍກັບປະເທດຕ່າງໆ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.