ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ດີຂອງອົດສະຕາລີ

(VOVWORLD) -ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປະເທດບັນລຸຜົນສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ແມ່ນຄູ່ຮ່ວມມືດ້ານເສດຖະກິດທີ່ດີໃຫ້ແກ່ອົດສະຕາລີ.
ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ດີຂອງອົດສະຕາລີ - ảnh 1(ພາບປະກອບ: TTXVN)

ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ດີຂອງອົດສະຕາລີ. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ Jeffrey Wilson, ຜູ້ອຳນວຍການຝ່າຍຄົ້ນຄວ້າຢູ່ສູນ Perth USAsia, ໃນບົດຂຽນທີ່ເອົາລົງເວັບໄຊຂອງສະຖາບັນການພົວພັນສາກົນຂອງອົດສະຕາລີ ໃນວັນທີ 25 ສິງຫາ.

        ຕາມທ່ານປະລິນຍາເອກ Jeffrey Wilson ແລ້ວ, ພື້ນຖານເສດຖະກິດຂອງອົດສະຕາລີ ພວມປະເຊີນໜ້າກັບສະພາບເສດຖະກິດຢູ່ພາຍນອກບໍ່ເອື້ອອຳນວຍຄວາມສະດວກໃນຫຼາຍປີຜ່ານມາ. ກະແສການຄ້າ ແລະ ການລົງຈະຖືກຫຼຸດລົງຢ່າງແຮງໃນປີ 2020 ແລະ 2021. ໃນສະພາບການນັ້ນ, ອິນໂດເນເຊຍ, ຫວຽດນາມ ແລະ ອິນເດຍ ພວມພິສູດໃຫ້ເຫັນວ່າແມ່ນບັນດາຄູ່ຮ່ວມມືທີ່ດີເພື່ອໃຫ້ອົດສະຕາລີ ຫັນບັນດາການພົວພັນທາງດ້ານເສດຖະກິດເປັນຫຼາຍຮູບຫຼາຍແບບ.

        ທ່ານປະລິນຍາເອກ Jeffrey Wilson ຖືວ່າ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປະເທດບັນລຸຜົນສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ແມ່ນຄູ່ຮ່ວມມືດ້ານເສດຖະກິດທີ່ດີໃຫ້ແກ່ອົດສະຕາລີ. 2 ປະເທດມີບັນດາຄວາມຕ້ອງການທາງດ້ານເສດຖະກິດສາມາດເພີ່ມເຕີ່ມໃຫ້ກັນໄດ້, ໃນຂະນະນັ້ນ ຫວຽດນາມ ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງມີສະຖຽນລະພາບ ແລະ ແມ່ນພື້ນຖານເສດຖະກິດພວມມີການເຕີບໂຕໄວ.

ຕອບກັບ

ຂ່າວ/ບົດ​ອື່ນ