ຫວຽດນາມ ແລະ ບຣູໄນ, ສິງກະໂປຈະຕັ້ງໜ້າຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນທຸກໆຂົງເຂດ

ຫວຽດນາມ ແລະ ບຣູໄນ, ສິງກະໂປຈະຕັ້ງໜ້າຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນທຸກໆຂົງເຂດ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ວູ້​ຮົ່ງ​ນາມ


(vovworld)- ຫວຽດ​ນາມ ແລະ ບ​ຣູ​ໄນ, ສິງ​ກະ​ໂປ​ຈະ​ຕັ້ງ​ໜ້າ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ທຸກໆ​ຂົງ​ເຂດ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ວູ້​ຮົ່ງ​ນາມ ເມື່ອ​ຕອບ​ສຳ​ພາດ​ນັກ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດທີ່ ບ​ຣູ​ໄນ​ແຕ່​ວັນ​ທີ 26-28/8 ແລະ ທີ່​ສິງ​ກະ​ໂປ​ແຕ່​ວັນ​ທີ 28-30/8 ຂອງ​ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ວູ້​ຮົ່ງ​ນາມ ຊີ້​ແຈ້ງວ່າ ການ​ຢ້ຽມ​ຢາມ 2 ປະ​ເທດ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ທີ່​ມີ​ຄວາມ​ສະ​ດວກຫຼາຍ​ຢ່​າງ, ເມື່ອ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ບ​ຣູ​ໄນ ແລະ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ສິງ​ກະ​ໂປ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ທີ່​ສຸດ​ໃນ​ທຸກ​ຂົງ​ເຂດ. ພ້ອມ​ກັນ​ນັ້ນ, ການ​ຢ້ຽມ​ຢາມ​ກໍ​ພວມ​ດຳ​ເນີນ​ໃນ​ສະ​ພາບ​ທະ​ເລ​ຕາ​ເວັນ​ອອກ​ພວມ​ມີ​ການ​ຜັນ​ແປ​ສັບ​ສົນ, ສ່ົງຜົນ​ສະ​ທ້ອນ​ເຖິງ​ຄວາມ​ໝັ້ນ​ຄົງ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ວູ້​ຮົ່ງ​ນາມ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຫວຽດ​ນາມ​ຈະ​ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມ​ືອງ​ທີ່​ດີ​ງາມ​ກັບ ບ​ຣູ​ໄນ ແລະ ສິງ​ກະ​ໂປ ໂດຍ​ຜ່ານ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ. ນອກ​ຈາກນັ້ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດ​ນາມ ຈະ​ສືບຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ 2 ປະ​ເທ​ດ …
ຂ່າວ/ບົດ​ອື່ນ