ຫວຽດນາມ ແລະ ລາຊະອານາຈັກອັງກິດ ຮ່ວມມືດ້ານພະລັງງານ ປະລະມານູເພື່ອສັນຕິພາບ
ຫວຽດນາມ ແລະ ລາຊະອານາຈັກອັງກິດ ຮ່ວມມື
ດ້ານພະລັງງານ ປະລະມານູເພື່ອສັນຕິພາບ
(ພາບ: VnExpress)
(vovworld) - ຕອນບ່າຍວັນທີ 28/11, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເລດິງຕ໋ຽນ ແລະ ທ່ານເອກອັກຄະລັດຖະທູດແຫ່ງລາຊະອານາຈັກອັງກິດປະຈຳຫວຽດນາມ Antony Stokes ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືນຳໃຊ້ພະລັງງານປະລະມານູເພື່ອສັນຕິພາບລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ແລະ ກະຊວງການຕ່າງປະເທດສະຫະພັນລາຊະອານາຈັກອັງກິດ ແລະ ອາຍແລນເໜືອ. ທ່ານຮອງລັດຖະມົນຕີ ເລດິງຕ໋ຽນ ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍອັນກດັບໜຶ່ງຂອງຫວຽດນາມ ແມ່ນ ຖືການຮັບປະກັນຄວາມໝັ້ນຄົງ, ດ້ານນິວເຄຼຍແມ່ນບຸລິມະສິດອັນດັບໜຶ່ງໃນວິວັດການພັດທະນາ, ນຳໃຊ້ນິວເຄຼຍເພື່ອຈຸດໝາຍສັນຕິພາບ. ຫວຽດນາມ ຖືເປັນສຳຄັນການເປີດກວ້າງການຮ່ວມມືກັບສາກົນໃນຂົງເຂດພະລັງງານນິວເຄຼຍ. ເລື່ອງລົງນາມໃນບົດບັນທຶກຊວ່ຍຈຳນີ້ຈະສ້າງພື້ນຖານເພື່ອຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືຢ່າງລະອຽດລະຫວ່າງ 2 ປະເທດໃນຂົງເຂດພະລັງງານປະລະມານູໃນໄລຍະຕໍ່ໆໄປ.