ຫວຽດນາມ ແລະ ລາວ ຮ່ວມມືໃນຫຼາຍຂົງເຂດ ຢ່າງມີປະສິດທິຜົນ
ກອງປະຊຸມອະນຸກຳມະການຮ່ວມມື ຫວຽດນາມ - ລາວ ປີ 2013
(vovworld) – ຫວຽດນາມແລະລາວຮ່ວມມືໃນຫຼາຍຂົງເຂດຢ່າງມີປະສິດທິຜົນ - ນັ້ນແມ່ນຂໍ້ສັງເກດຂອງຜູ້ຕາງໜ້າ 2 ຝ່າຍ ຫວຽດນາມ ແລະ ລາວ ທີ່ກອງປະຊຸມຄະນະກຳມາທິການຮ່ວມມື ຫວຽດນາມ - ລາວ, ໄດ້ຈັດຂຶ້ນໃນວັນທີ 26 – 31/10, ຢູ່ນະຄອນ ດົງຮ່າ, ແຂວງ ກວາງຈີ້. ທ່ານຮອງປະທານຄະນະກຳມາທິການຮ່ວມມື ຫວຽດນາມ - ລາວ ກາວວຽດຊິງ ແລະ ທ່ານຮອງປະທານຄະນະກຳມາທິການຮ່ວມມື ລາວ - ຫວຽດນາມ ພອນສຸກ ຄຸນສົມບັດ ເປັນປະທານຮ່ວມກອງປະຊຸມ.
2 ຝ່າຍເຫັນດີເປັນເອກະສັນເລື່ອງປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດທີ່ສັນຍາຮ່ວມມືປີ 2013 ໄດ້ລົງນາມລະຫວ່າງລັດຖະບານ 2 ປະເທດບັນລຸຈຸດໝາຍວາງອອກໂດຍພື້ນຖານ. ໃນນັ້ນ, ການພົວພັນດ້ານການເມືອງ, ການທູດ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງຢ່າງໜັກແໜ້ນ. ສະພາບການໃນເຂດຊາຍແດນ ຫວຽດນາມ - ລາວ ມີສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ເຂດຊາຍແດນໄດ້ຮັບການຮັກສາໂດຍພື້ນຖານ. ການຮ່ວມມືດ້ານການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດສືບຕໍ່ໄດ້ຮັບບຸລິມະສິດ, ມີການຫັນປ່ຽນຢ່າງຕັ້ງໜ້າ. ການລົງທຶນຂອງວິສາຫະກິດ ຫວຽດນາມ ແລະ ລາວ ຍັງຄົງນຳໜ້າໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີວິສາຫະກິດລົງທຶນຢູ່ ລາວ. 2 ຝ່າຍຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືພັດທະນາການຄ້າ, ເພີ່ມທະວີການຮ່ວມມືໃນດ້ານການຄ້າຊາຍແດນ ແລະ ໃນຂົງເຂດຄຸ້ມຄອງຕະຫຼາດ. ບັນດາໂຄງການນຳໃຊ້ທຶນຊ່ວຍເຫຼືອລ້າຈາກ ຫວຽດນາມ ສະຫງວນໃຫ້ແກ່ ລາວ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມຄືບໜ້າທີ່ໄດ້ວາງອອກໂດຍພື້ນຖານ. 2 ຝ່າຍໄດ້ດຳເນີນການເຊັນສັນຍາຮ່ວມມືດ້ານແຮງງານ ຫວຽດນາມ - ລາວ.