ຫວຽດນາມ ແລະ ເມັກຊີໂກ ປາດຖະໜາ ຢາກຊຸກຍູ້ການຮ່ວມມືດ້ານການສຶກສາມະຫາວິທະຍາໄລ
(ພາບປະກອບ: TTXVN)
(vovworld) – ຫວຽດນາມ ແລະ ເມັກຊີໂກ ເຫັນດີຊຸກຍູ້ການຮ່ວມມືດ້ານການສຶກສາມະຫາວິທະຍາໄລ ໃນໄລຍະຈະມາເຖິງ ແມ່ນໝາກຜົນການເຮັດວຽກລະຫວ່າງທ່ານນາງ ຫງວຽນທິເຫັ້ງຍ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ກັບ ທ່ານນາງ Socorro Rovirsora, ຫົວໜ້າກົມພົວພັນສາກົນກະຊວງສຶກສາ ເມັກຊີໂກ, ໃນຂອບເຂດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ສາກົນກ່ຽວກັບການສຶກສາຂັ້ນອະນຸບານ ເຊິ່ງຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ນະຄອນອຸດສາຫະກຳ Monterrey, ພາກເໜືອລັດ Nuevo Leon.
ທີ່ການແລກປ່ຽນ, 2 ຝ່າຍໄດ້ແຈ້ງໃຫ້ຊາບບັນດາຈຸດທີ່ເປັນພື້ນຖານກ່ຽວກັບສະພາບການປະເທດຊາດເວົ້າລວມ ແລະ ການສຶກສາມະຫາວິທະຍາໄລເວົ້າສະເພາະ ຢູ່ແຕ່ລະປະເທດ, ເນັ້ນໜັກເຖິງຄວາມປາດຖະໜາຢາກຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ, ໃນນັ້ນມີການສຶກສາມະຫາວິທະຍາໄລ ໂດຍອີງໃສ່ຫຼັກການໜູນຊ່ວຍເຊິ່ງກັນ ແລະ ກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອແນໃສ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ເມັກຊີໂກ. ທ່ານນາງຮອງລັດຖະມົນຕີ ຫງວຽນທິເຫັ້ງຍ ສະເໜີກັບເມກຊີໂກ ເນື້ອໃນຕົ້ນຕໍ່ຂອງຂໍ້ຕົກລົງຮ່ວມມື 2 ຝ່າຍກ່ຽວກັບການສຶກສາມະຫາວິທະຍາໄລ, ເຊິ່ງຕາມນັ້ນແລ້ວ ຕ້ອງສຸມໃສ່ເຂົ້າໃນການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລຂອງ 2 ປະເທດ.