ຫວຽດນາມ ແລະ ໂມນາໂກ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ.
(vovworld)- ວັນທີ 12 ກຸມພາ, ທ່ານ ເຢືອງຈິຢຸ້ງ ເອກອັກຄະລັດຖະທູດຫວຽດນາມປະຈຳ ໂມນາໂກໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສະເດັດເຈົ້າແຫ່ງໂມນາໂກ ອານເບີດ II. ທ່ານ ເອກອັກຄະລັດຖະທູດຫວຽດນາມ ເຢືອງຈິຢຸ້ງໄດ້ສົ່ງຄຳອວຍພອນປີໃໝ່ ແລະ ຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງຊຶ່ງເຊື້ອເຊີນສະເດັດເຈົ້າ ອານເບີດ ມາຢ້ຽມຢາມຫວຽດນາມໃນມໍ່ໆນີ້. ທ່ານ ເອກອັກຄະລັດຖະທູດຫວຽດນາມ ເຢືອງຈິຢຸ້ງ ຍັງຊີ້ໃຫ້ເຫັນບັນດາການຕີລາຄາອັນຕັ້ງໜ້າຂອງການນຳ ແລະ ປະຊາຊົນຫວຽດນາມທີ່ມີຕໍ່ການຂະຫຍາຍຕົວຂອງສາຍພົວພັນລະຫວ່າງຫວຽດນາມ-ໂມນາໂກ ນັບແຕ່ 2 ປະເທດ ໄດ້ສ້າງການພົວພັນທາງການທູດນຳກັນເມືອ່ປີ 2007 ແລະ ສະແດງຄວາມຫວັງວ່າ 2 ປະເທດຈະສືບຕໍ່ຊຸກຍູ້, ເປີດກ້ວາງການຮ່ວມມື 2 ຝ່າຍເພື່ອແນໃສ່ຕອບສະໜອງຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ເນື່ອງໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດຫວຽດນາມ ເຢືອງຈິຢຸ້ງ ຍັງມີການພົບປະກັບລັດຖະມົນຕີການຕ່າງປະເທດໂມນາໂກ Jose Badia ແລະ ບັນດາເຈົ້າໜ້າທີຂັ້ນສູງຂອງປະເທດນີ້ ກ່ຽວກັບບັນດາມາດຕະການແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ.