ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ

(VOVWORLD) - ຫວຽດນາມ ແມ່ນປະເທດທີ 10 ທີ່ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້. ມາຮອດປະຈຸບັນ, ສົນທິສັນຍານີ້ມີ 58 ປະເທດລົງນາມ

ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ - ảnh 1

 ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ທີ່ພິທີ

(ພາບ: Nguyễn Hữu Hoàng/TTXVN )

ວັນທີ 17 ພຶດສະພາ (ຕາມເວລາທ້ອງຖິ່ນ) ທີ່ສຳນັກງານສະຫະປະຊາຊາດ ຢູ່ນະຄອນ ນິວຢອກ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດໄດ້ສົ່ງສຳເນົາເອກະສານໃຫ້ສັດຕະຍາບັນສົນທິສັນຍາ ເກືອດຫ້າມອາວຸດນິວເຄຼຍ ໃຫ້ທ່ານເລຂາທິການໃຫຍ່ ສປຊ. ຄືດັ່ງກ່າວນັ້ນ, ຫວຽດນາມ ແມ່ນປະເທດທີ 10 ທີ່ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້. ມາຮອດປະຈຸບັນ, ສົນທິສັນຍານີ້ມີ 58 ປະເທດລົງນາມ, ມີ 10 ປະເທດໃຫ້ສັດຕະຍາບັນ ແລະ ຈະມີຜົນສັກສິດເມື່ອມີ 50 ປະເທດໃຫ້ສັດຕະຍາບັນ.

        ວັນທີ 22 ກັນຍາ 2017, ໃນຂອບເຂດວາລະປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 72, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ລົງນາມໃນສົນທິສັນຍານີ້. ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສົນທິສັນຍາໄດ້ສະແດງໃຫ້ເຫັນແຈ້ງນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ເພື່ອສັນຕິພາບ, ສະໜັບສະໜູນການຫລຸດຜ່ອນອາວຸດນິວເຄຼຍໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ