ຫວຽດນາມກຳນົດມາດຕະຖານປະເທດອຸດສາຫະກຳຕາມທິດທັນສະໄໝ

ຫວຽດນາມກຳນົດມາດຕະຖານປະເທດອຸດສາຫະກຳຕາມທິດທັນສະໄໝ - ảnh 1
(ພາບປະກອບ)

(vovworld) – ມາດຕະຖານ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 26/02, ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປັບປຸງ​ຮ່າງ​ບົດ​ລາຍ​ງານ​ສະຫຼຸບ​ບາງ​ບັນຫາ​ທິດ​ສະ​ດີ, ພຶດຕິ​ກຳ​ຕົວ​ຈິງ​ໃນຕະຫຼອດ 30 ປີ​​​ແຫ່ງ​ການ​ປ່ຽນ​ໃໝ່ ​ແລະ ຮ່າງ​ບົດ​ລາຍງານ​ການ​ເມືອງ ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູນິດ​ຫວຽດນາມ.

        ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຄຸ້ມ​ຄອງ ​ແລະ ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ຖື​ວ່າ, ​ເພື່ອ​ໃຫ້​ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​​ໂດຍ​ພື້ນຖານ ​ແມ່ນບັນຫາ​ໃຫຍ່​. ​ໃນ​ໄລຍະ 2016 – 2020, ຫວຽດນາມ ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບາງ​ໜ້າ​ທີ່​ຈຸດ​ສຸມ​ນັ້ນ​ແມ່ນ: ສຸມ​ໃສ່​ສ້າງ​ພື້ນຖານ ​ແລະ ລະ​ບອບ​ກົດໝາຍ, ແຫຼ່ງຊັບພະຍາກອນ​ມະນຸດ, ພື້ນຖານ​​ໂຄງ​ລ່າງ; ​ເລືອກ​ເຟັ້ນ, ພັດທະນາ​ບາງ​ຂະ​ແໜງ, ຂົງ​ເຂດ​ອຸດສາຫະກຳ​ທັນ​ສະ​ໄໝ ​ແລະ ​ເສີມ​ຂະຫຍາຍ​ໃນ​ພື້ນຖານ​ເສດຖະກິດ. ທ່ານ ຫງວຽນ​ດຶກ​ກຽນ, ຮອງ​ຫົວໜ້າ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ຊີ້​ແຈ້ງ​ທັດສະນະ​ວ່າ.

        “ມາດຕະຖານ​ປະ​ເທດ​ອຸດສາຫະກຳ​​ໃນ​ແຕ່ລະ​ໄລຍະ ກໍ່ມີ​ຄວາມ​ແຕກ​ຕ່າງ​ກັນ, ສະ​ນັ້ນ, ພວກ​ເຮົາ​ຕ້ອງ​ກຳນົດ​ພື້ນຖານ​ກະສິກຳ​ຫວຽດນາມ ດ້ວຍ​ຈຳນວນພົນລະ​ເມືອງ​ທີ່ຜະລິດກະສິກຳ​ກວມ​ເຖິງ 73%. ພວກ​ເຮົາ​ຕ້ອງ​ແກ້​ໄຂ​ບັນ​ຫາ​ກະສິກຳ​, ຊົນນະບົດ, ​ແກ້​ໄຂ​ວິວັດທະນາ​ການ​ຫັນ​ເຂດ​ຊົນນະບົດ​​ເປັນຕົວ​ເມືອງ​ໃຫ້ໄດ້, ​​ເວລາ​ນັ້ນພວກ​ເຮົາ​ຈຶ່ງ​​ເອີ້ນ​ໄດ້​ວ່າ​ແມ່ນ​ປະ​ເທດ​ອຸດສາຫະກຳ”.

ຂ່າວ/ບົດ​ອື່ນ