ທ່ານນາຍົກລັດຖະມົນຕີ Kuwait Sheikh
Jaber Mubarak AL – Hamad AL – Sabad
(ພາບ: Getty)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຄູເວດ Sheikh Jaber Mubarak AL – Hamad AL – Sabad ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 05 – 07/05/2016. ຫວຽດນາມ ແລະ ຄູເວດ ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 10/01/1976. 2 ຝ່າຍກໍ່ໄດ້ລົງນາມໃນສັນຍາ, ຂໍ້ຕົກລົງບາງສະບັບຄື: ສັນຍາແມ່ຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກນິກ; ສັນຍາການຄ້າ; ສັນຍາຂົນສົ່ງທາງອາກາດ.
ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຄູເວດ Sheikh Jaber Mubarak AL – Hamad AL – Sabad ແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດໃນຫລາຍຂົງເຂດ, ພິເສດແມ່ນການຄ້າ, ນ້ຳມັນອາຍແກັສ, ແຮງງານ…ໃນຂອບເຂດການຢ້ຽມຢາມ, 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.