ຫວຽດ​ນາມ​ຈັດ​ສົ່ງ​ພົນ​ລະ​ເມືອງ​ຂອງ​ຕົນ​​ເກືອບ 350 ຄົນຈາກ ອົດ​ສະ​ຕາ​ລີ ກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) -   ວັນທີ 12 ກັນຍາ, ຫວຽດນາມ ໄດ້ຈັດສົ່ງພົນລະເມືອງຫວຽດນາມ ເກືອບ 350 ຄົນ ຈາກ ອົດສະຕາລີ ກັບຄືນເມືອປະເທດ ດ້ວຍຄວາມປອດໄພ.
ຫວຽດ​ນາມ​ຈັດ​ສົ່ງ​ພົນ​ລະ​ເມືອງ​ຂອງ​ຕົນ​​ເກືອບ 350 ຄົນຈາກ ອົດ​ສະ​ຕາ​ລີ ກັບ​ຄືນ​ເມືອ​ປະ​ເທດ - ảnh 1(ພາບປະກອບ: TTXVN) 

          ວັນທີ 12 ກັນຍາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການມີໜ້າທີ່ຂອງ ອົດສະຕາລີ ຈັດສົ່ງພົນລະເມືອງຫວຽດນາມ ເກືອບ 350 ຄົນ ຈາກ ອົດສະຕາລີ ກັບຄືນເມືອປະເທດ ດ້ວຍຄວາມປອດໄພ.

          ພາຍຫຼັງທີ່ເຮືອບິນໄດ້ລົງຈອດຢູ່ສະໜາມບິນສາກົນ ເວິນດົນ, ບັນດາຜູ້ໂດຍສານໄດ້ຖືກກວດອາການສຸຂະພາບ ແລະ ຖືກແຍກຕົວຕາມລະບຽບການ.

ຕອບກັບ

ຂ່າວ/ບົດ​ອື່ນ