ທ່ານນາງ ຟ້າມທິທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ
ພາບ:alobacsy.com
|
(vovworld)-ທີ່ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມດຳເນີນໄປໃນຕອນບ່າຍວັນທີ 6/11 ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງຂ່າວຄາວກ່ຽວກັບ ບໍລິສັດ Bio Rat Inc ຂອງອາເມລິກາ ຖືກກ່າວຫາໄດ້ໃຫ້ສິນບົນຈຳນວນເງິນ 2,2 ລ້ານ USD ໃຫ້ແກ່ເຈົ້າຫນ້າທີ່ຫວຽດນາມ ໃນຫລາຍປີຜ່ານມາ ເພື່ອຍາດເອົາສັນຍາການຄ້າ. ທ່ານນາງ ຟ້າມທິທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນ ຈະປັບໄຫມລົງໂທດຢ່າງເຂັ້ມງວດຖ້າຄົ້ນພົບ ການຜິດພາດ.
“ພາຍຫລັງໄດ້ຮັບຂ່າວຄາວກ່ຽວກັບກໍລະນີດັ່ງກ່າວ, ບັນດາກະຊວງ, ຂະແຫນງການກ່ຽວຂອ້ງຂອງຫວຽດນາມ ໄດ້ຮີບເຮັ່ງຊອກຮູ້ຂໍ້ມູນຂ່າວສານ ແລະ ຕັດສິນໃຈປັບໄຫມລົງໂທດຢ່າງເຂັ້ມງວດ ຖ້າພົບເຫັນການຜິດພາດ. ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ສົ່ງຈົດໝາຍໃຫ້ທ່ານອັກຄະລັດຖະທູດ ອາເມລິກາ ປະຈຳຮ່າໂນ້ຍ ເພື່ອສະເຫນີຝ່າຍ ອາເມລິກາ ພ້ອມກັນຮ່ວມມືໃນການຊອກຮູ້ຂໍ້ມູນຂ່າວສານກ່ຽວກັບກໍລະນີດັ່ງກ່າວ.”