ຫວຽດນາມຊົມເຊີຍສະພາຕໍ່າອາເມລິກາຮັບຮອງເອົາມະຕິກ່ຽວກັບທະເລຕາເວັນອອກ

ຫວຽດນາມຊົມເຊີຍສະພາຕໍ່າອາເມລິກາຮັບຮອງເອົາມະຕິກ່ຽວກັບທະເລຕາເວັນອອກ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ວັນ​ທີ 05/12, ​ເມື່ອ​ຕອບ​ສຳພາດຂອງ​ນັກ​ຂ່າວທີ່​ສະ​ເໜີໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ສະພາ​ຕໍ່າ​ອາ​ເມ​ລິ​ກາ ຮັບຮອງ​ເອົາ​ມະຕິ H.Res 714 ກ່ຽວ​ຂອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ: ຫວຽດນາມ ຊົມ​ເຊີຍ​ເລື່ອງ​​ເປັນ​ຄັ້ງ​ທຳ​ອິດທີ່​ສະພາ​ຕໍ່າ​ອາ​ເມລິ​ກາ ​ໄດ້ຮັບ​ຮອງ​ເອົາ​ມະຕິ​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ບັນດາຄວາມ​ຂັດ​ແຍ່ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍສັນຕິ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ​ສ້າງ​ຕັ້ງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ປະສິດທິ​ຜົນ, ສ້າງສັນ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ ​ແລະ ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ