ຫວຽດນາມ-ຍີ່ປຸນຍູ້ແຮງ ການຮ່ວມມືວິທະຍາສາດ ເຕັກໂລໂນຊີໃນຂະແໜງ ກະສິກຳ
(ພາບ:vov)
(vovworld)- ແຂວງ Ibaraki (ຍີ່ປຸນ) ຈະໜູນຊ່ວຍສູງສຸດໃຫ້ແກ່ກະສິກຳ ຫວຽດນາມ, ພິເສດແມ່ນການຮ່ວມມືວິທະຍາສາດເຕັກໂລໂນຊີ ໃນຂົງເຂດກະສິກຳ. ນີ້ແມ່ນເນື້ອໃນທີ່ການເຮັດວຽກໃນວັນທີ 20/8, ລະຫວ່າງ ທ່ານເຈິນຫວຽດແທງ ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດເຕັກໂລໂນຊີ ແລະ ທ່ານດ່ວານຊວນຮືງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸນ ກັບທ່ານ Masaru Hashimoto ເຈົ້າແຂວງ ແຂວງ Ibaraki ທີ່ການເຮັດວຽກ, ລັດຖະມົນຕີຊ່ວຍວ່າການ ທ່ານເຈິນຫວຽດແທງ ສະເໜີໃຫ້ແຂວງ Ibaraki ໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມືວິທະຍາສາດເຕັກໂລໂນຊີໃນຂະແໜງກະສິກຳ ແນໃສ່ປະຕິບັດບັນດາໂຄງການກະສິກຳ ແລະ ພັດທະນາຊົນນະບົດເປັນຈຸດສຸມຢູ່ ຫວຽດນາມ. ລັດຖະມົນຕີຊ່ວຍວ່າການ ທ່ານເຈິນຫວຽດແທງ ກໍ່ສະເໜີແຂວງ Ibaraki ໜູນຊ່ວຍ ຫວຽດນາມໃນການຍົກສູງກຳລັງຄວາມສາມາດວິທະຍາສາດເຕັກໂລໂນຊີ, ກຳລັງຄວາມສາມາດຄຸ້ມຄອງແລະ ຄວາມສາມາດສົ່ງອອກບັນດາສິນຄ້າກະສິກຳ ຫວຽດນາມໃນອານາຄົດ.