ຫວຽດນາມຍູ້ແຮງການພັດທະນາກະສິກຳແບບຍືນຍົງ
(ຫວຽດນາມຍູ້ແຮງການພັດທະນາກະສິກຳແບບຍືນຍົງ)
(vovworld) - ກອງປະຊຸມສຳມະນາ “ພັດທະນາລະບົບມູນຄ່າກະສິກຳແບບຍືນຍົງ”, ດຳເນີນໃນວັນທີ 01/12, ຢູ່ແຂວງ ເບັ໋ນແຈ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິກິມເງິນ, ຮອງປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ: ໃນສະພາບການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່ ເພື່ອຫັນປ່ຽນພື້ື້ນຖານການຜະລິດທີ່ທັນສະໄໝ, ປອດໄພ, ຍືນຍົງ ແລະ ມີປະສິດທິຜົນນັ້ນ. ເລື່ອງກໍ່ສ້າງ ແລະ ເສີມຂະຫຍາຍບັນດາຮູບແບບຜະລິດກະສິກຳຕາມລະບົບມູນຄ່າແມ່ນທິດທາງທີ່ຖືກທິດ.
“ຫວຽດນາມ ກະກຽມລົງນາມໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ພວກເຮົາມີກາລະໂອກາດສະດວກຫຼາຍກວ່າ ເພືຶ່ອພັດທະນາພື້ນຖານກະສິກຳຂອງປະເທດ, ແຕ່ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແລະ ພື້ນຖານກະສິກຳຖືກສ່ຽງໄພສູງ. ສະນັ້ນ, ຮອດເວລາແລ້ວທີ່ພວກເຮົາຕ້ອງມານະພະຍາຍາມເພື່ອສາມາດຄົງຕົວ, ພັດທະນາໄດ້; ຕ້ອງຊອກຫາມາດຕະການແກ້ໄຂໃຫ້ພື້ນຖານກະສິກຳແບບຍືນຍົງ, ຊອກຫາວິທີດີທີ່ສຸດເພື່ອປະຕິບັດລະບົບມູນຄ່າໃນການຜະລິດ, ປຸງແຕ່ງ, ຈຳໜ່າຍຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ”.