ຫວຽດນາມຖືເປັນສຳຄັນການຮ່ວມມືກັບຍີປຸ່ນ
(VOVWORLD) -ຕອນບ່າຍວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Takehiko Kakiuchi ປະທານ ທັງເປັນຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Mitsubishi ຂອງຍີປຸ່ນ ຊຶ່ງພວມຢ້ຽມຢາມຫວຽດນາມ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີກຸ່ມບໍລິສັດ Mitsubishi ຈົ່ງເປີດກ້ວາງການລົງທຶນເຂົ້າຂົງເຂດພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານຢູ່ຫວຽດນາມ
ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຕ້ອນຮັບການນຳກຸ່ມບໍລິສັດ Mitsubishi ຂອງຍີປຸ່ນ |
ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນການຮ່ວມມືກັບຍີປຸ່ນ. ລັດຖະບານຫວຽດນາມພວມສືບຕໍ່ສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີຍີປຸ່ນ.
ສ່ວນ ທ່ານ Takehiko Kakiuchi ໄດ້ສະແດງຄວາມຫວັງຢາກໄດ້ຮັບການສະໜັບສະໜູນການຜະລິດ ດຳເນີນທຸລະກິດຈາກ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ.