ຫວຽດນາມປະກາດ ບົດລາຍງານແຫ່ງຊາດກ່ຽວກັບຊີວະນາໆພັນ

ຫວຽດນາມປະກາດ ບົດລາຍງານແຫ່ງຊາດກ່ຽວກັບຊີວະນາໆພັນ - ảnh 1
ພິທີ​ປະກາດ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ
(ພາບ: langvietonline.vn)

(vovworld) -     ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມຫວຽດນາມ ​ໄດ້​ປະກາດ​ບົດ​ລາຍ​ງານ​ແຫ່ງ​ຊາດກ່ຽວ​ກັບຊີ​ວະນາໆ​ພັນປີ 2011 ຂອງ​ຫວຽດນາມ. ບົດ​ລາຍ​ງານ​ແມ່ນ​ປື້​ມຄູ່​ມືໜູນ​ຊ່ວຍ​ບັນດາ​ອົງການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ວິວັດ​ການ​ສ້າງ​ແຜນສັງ​ລວ​ມ, ​ແຜນການ, ​ໂຄງການ​ອະນຸລັກ​ຮັກສາ​ຊີວະ​ນາໆ​ພັນ ຈະລວບ​ລວມກັບ​ບັນດາ​ບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ອື່ນ ​ແລະ ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະກອບສ່ວນ​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ແມ່ນ​ເອກະສານ​ເພື່ອ​ພິຈາລະນາ​ຮັບ​ໃຊ້​ວຽກ​ງານ​ຄົ້ນຄວ້າ​ດ້ານ​ວິທະຍາສາດ, ບຳລຸງ​ສ້າງ ​ແລະ ຮັບ​ໃຊ້​ວົງ​ຄະນະ​ຍາດ.

​ໃນ​ພິທີ​ປະກາດ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ​ປີ 2011, ກະຊວງຊັບພະຍາກອນ​ສິ່ງ​ແວດ​ລ້ອມຫວຽດນາມ ກໍ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີ​ວະນາໆ​ພັນ​ເຖິງ​ປີ 2020, ວິ​ໄສ​ທັດ​ເຖິງ​ປີ 2030. ຕາມ​ທ່ານ​ຮອງ​ລັດຖະມົນຕີກະຊວງຊັບພະຍາກອນ​ສິ່ງ​ແວດ​ລ້ອມຫວຽດນາມ Bui Cach Tuyen ​ແລ້ວ, ຫວຽດນາມ ​ໄດ້​ຮັບ​ການຮັບ​ຮູ​້​ແມ່ນ​ປະ​ເທດ​ທີ່​ມີ​ຊີວະ​ນາໆ​ພັນ​ສູງ​ສຸດ​ໃນ​ໂລກ, ມາ​ຮອດ​ປະຈຸ​ບັນ ຫວຽດນາມ ​​ໄດ້ມີ​ກອບ​ກົດໝາຍກ່ຽວຂ້ອງ​ເຖິງ​ການ​ອະນຸລັກ​ຮັກສາ​ຊີວະ​ນາໆ​ພັນ​ຢ່າງ​ຄົບ​ຖ້ວນ​ພໍ​ສົມຄວນ. ​ເລື່ອງ​ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ​ເຖິງ​ປີ 2020, ວິ​ໄສ​ທັດ​ເຖິງ​ປີ 2030 ​ແມ່ນ​ຈຳ​ເປັນ, ​ເພາະ​ມັນ​ແມ່ນ​ພາກສ່ວນ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຍຸດ​ທະ​ສາດ​ແຫ່ງ​ຊາດກ່ຽວ​ກັບ​ການ​ພັດທະ​ນາ​ເສດຖະກິດ​ສັງຄົມ​ໄດ້, ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາ​ກອນ​ຊີວະ​ນາໆ​ພັນ​ຢ່າງ​ໝັ້ນຄົງ​, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍື່ນ​ຍົງ​ໃຫ້​ປະ​ເທດ​ຊາດ​ໃນ​ສະພາບ​ສັງຄົມ, ​ເສດຖະກິດ ​ແລະ ສິ່ງ​ແວດ​ລ້ອມ​ມີ​ການຫັນປ່ຽນ​ຢ່າງ​ຕໍ່​ເນື່ອງ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ