ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນກັບອາກເມເນຍຍິ່ງກວ່າອີກ

ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນກັບອາກເມເນຍຍິ່ງກວ່າອີກ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫງວຽນ​ແທງ​ເຊີນ ​
​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ປະທານາ​ທິບໍດີ​ສ.ອາກ​ເມ​​ເນ​ຍ
(ພາບ: Vietnam+)


(vovworld) – ວັນ​ທີ 06/10, ຢູ່​ນະຄ​ອນ Yerevan, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ​້ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊ​ຍ ຫງວຽນ​ແທງ​ເຊີນ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ປະທານາ​ທິບໍດີ​ສ.ອາກ​ເມ​​ເນ​ຍ Serzh Sargsyan. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພາຍຫຼັງ​ຮັບ​ສານ​ຕາ​ຕັ້ງ​ຂອງ​ຫວຽດນາມ, ທ່ານ​ປະທານາທິບໍດີ Serzh Sargsyan ຢືນຢັນ​ວ່າ, ຍາມ​ໃດ​ອາກ​ເມ​​ເນ​ຍ ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ປາດ​ຖະໜາ​ຢາກ​ຊຸກຍູ້​ບັນດາ​ການ​ເຄື່ອນ​​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການຄ​້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ຍິ່ງກວ່າ​ອີກ; ພ​້ອມທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ເຄື່​ອນ​ໄຫວ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ປະຈຳ​ສ.ອາກ​ເມ​​ເນ​ຍ ​ໃນຄັ້ງ​ນີ້ ຈະ​ບັນລຸ​ໄດ້​ປະສິດທິ​ຜົນ​ສູງ​ສຸດ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ 2 ຝ່າຍ​. ສ່ວນທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ​ໄດ້​ສົ່ງ​ຄຳ​ອວຍພອນຂອງ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ ມາ​ຍັງທ່ານ​ປະທານາທິບໍດີ Serzh Sargsyan ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີວຽກ​ງານຂອງ​ຕົນ ​ແລະ ປາດ​ຖະໜາ​ວ່າການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ຖືກ​ນຳ​​ຂຶ້ນ​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ