(vovworld) - ວັນທີ 24/10, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ (MONRE) ໄດ້ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ແລະ ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC) ຈັດກອງປະຊຸມສຳມະນາ “ບັນດາຜົນງານຂອງ IPCC ແລະ ບັນດາການກະທຳຂອງຫວຽດນາມ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.
ຕາມທ່ານ ຟ້າມວັນເຕີນ, ຮອງຫົວໜ້າກົມອຸຕຸນິຍົມອຸທົກກະສາດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມແລ້ວ, ຄາດໝາຍລວມຂອງການປະຕິບັດຂໍ້ຕົກລົງປາຣີ ຢູ່ຫວຽດນາມ ແມ່ນກຳນົດ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວໃຫ້ເໝາະສົມ, ບັນດາມາດຕະການແກ້ໄຂຮອດປີ 2020 ແລະ 2030, ເພື່ອປະຕິບັດຢ່າງຄົບຖ້ວນບັນດາຂໍ້ກຳນົດທີ່ນຳໃຊ້ໃຫ້ຫວຽດນາມ ໃນຂໍ້ຕົກລົງປາຣີ. ທ່ານ ຟ້າມວັນເຕີນ ໃຫ້ຮູ້ວ່າ, ໃນໄລຍະ 2016 – 2020, ຫວຽດນາມ ສືບຕໍ່ກະກຽມເພື່ອຮອດປີ 2020 ພ້ອມແລ້ວທີ່ຈະປະຕິບັດບັນດາຂໍ້ກຳນົດຂອງຂໍ້ຕົກລົງປາຣີ, ສືບຕໍ່ປະຕິບັດບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ໄດ້ອະນຸມັດຜ່ານ ແລະ ບັນດາການເຄື່ອນໄຫວຮີບດ່ວນ.