(vovworld) – ຕອນບ່າຍວັນທີ 8/12, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຮ່າກິມງອກ ໄດ້ໃຫ້ການຕ້ອນຮັບທ່ານ Gonzalo Koncke Pizzorno, ປະທານຄະນະບໍລິຫານງານອົງການກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ຂອງ ສປຊ (UN Women), ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຮ່າກິມງອກ ຢືນຢັນວ່າ: ຫວຽດນາມ ຖື UN Women ແມ່ນຄູ່ຮ່ວມມືພັດທະນາສຳຄັນ, ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຂອງ UN Women ໃນການໜູນຊ່ວຍ ຫວຽດນາມ ໃນວຽກງານສະເໝີພາບລະຫວ່າງ ຍິງ - ຊາຍ ໄລຍະຜ່ານມາ ແລະ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ມານະພະຍາຍາມປະຕິບັດບັນດາຄາດໝາຍສະຫັດສະຫວັດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງໂຄງການດຳເນີນງານພັດທະນາຫຼັງປີ 2015 ຂອງ ສປຊ. ທ່ານ Gonzalo Koncke Pizzorno ສະແດງຄວາມປະເອີບໃຈກ່ຽວກັບບັນດາຜົນງານຂອງ ຫວຽດນາມ ໃນການປະຕິບັດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ພິເສດແມ່ນເລື່ອງ ຫວຽດນາມ ຮັບຮອງເອົາຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄລຍະ 2011 – 2020 ແລະ ໂຄງການແຫ່ງຊາດກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄລຍະ 2011 – 2015. ທ່ານ Gonzalo Koncke Pizzorno ຖືວ່າ: ຂໍ້ລິເລີ່ມ ສປຊ ໜຶ່ງດຽວພວມບັນລຸຜົນສຳເລັດຢູ່ ຫວຽດນາມ, ຜ່ານນັ້ນປະກອບສ່ວນຍົກສູງຮູບແບບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ.