ຫວຽດນາມມານະພະຍາຍາມຮັບປະກັນສິດພັດທະນາໃຫ້ທຸກຄົນ
(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ
ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) - ວັນທີ 22/09, ຢູ່ນອກກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 71, ຢູ່ນິວຢອກ, ປະເທດອາເມລິກາ ໄດ້ດຳເນີນກອງປະຊຸມຂັ້ນສູງເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສະຫະປະຊາຊາດຮັບຮອງເອົາຖະແຫຼງສິດນພັດທະນາໂດຍປະທານສະມັດຊາໃຫຍ່ສະຫະປະຊາຊາດເປັນປະທານ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຊີ້ແຈ້ງສິດເຂົ້າຮ່ວມວິວັດທະນາການພັດທະນາ ແລະ ໄດ້ຊົມໃຊ້ບັນດາໝາກຜົນຂອງການພັດທະນາ ແມ່ນໜຶ່ງໃນບັນດາສິດພື້ນຖານຂອງມະນຸດ, ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາລວມຂອງປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ກໍເນັ້ນໜັກວ່າ, ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມສູງສຸດ ເພື່ອຮັບປະກັນສິດພັດທະນາໃຫ້ແກ່ປະຊາຊົນທຸກຄົນ, ຍາມໃດກໍ່ຖືມະນຸດເປັນໃຈກາງຂອງວິວັດການພັດທະນາ; ປະສານສົມທົບສິດພັດທະນາເຂົ້າໃນທຸກແຜນນະໂຍບາຍ, ນະໂຍບາຍ, ໂດຍສະເພາະແມ່ນບັນດານະໂຍບາຍ - ລາຍການກ່ຽວຂ້ອງເຖິງ 3 ເສົ້າຄ້ຳຂອງການພັດທະນາແບບຍືນຍົງ ແມ່ນການເຕີບໂຕດ້ານເສດຖະກິດ, ຄວາມຍຸຕິທຳໃນສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ… ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງຢ່າງເຂັ້ມງວດ, ພ້ອມແລ້ວທີ່ຈະຮ່ວມມືກັບສະຫະປະຊາຊາດ ແລະ ບັນດາປະເທດ ເພື່ອແນໃສ່ຊຸກຍູ້ສິດພັດທະນາຂອງທຸກປະເທດ ແລະ ປະຊາຊົນທຸກຄົນ, ຮັບປະກັນບໍ່ປະໃຫ້ຜູ້ໃດຕົກຢູ່ເບື້ອງຫຼັງ.