ຫວຽດນາມ-ລາວ-ກຳປູເຈຍ ມຸ່ງໄປເຖິງການເຕີບໂຕຂຽວ
ພາບປະກອບ
(vovworld) - ວັນທີ 29/10, ຢູ່ແຂວງຄຳມ່ວນ, ປະເທດລາວ, ສະຖາບັນວິທະຍາສາດສັງຄົມລາວ ໄດ້ສົມທົບກັບສະຖາບັນຄົ້ນຄ້ວາສິ່ງແວດລ້ອມ ສ ເກົາຫຼີ (KEI), ສະຖາບັນເຕີບໂຕຂຽວທົ່ວໂລກ (GGGI), ສະຖາບັນວິທະຍາສາດສັງຄົມ ຫວຽດນາມ, ສະຖາບັນວິທະຍາສາດລາຊະອານາຈັກ ກຳປູເຈຍ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ “ເຕີບໂຕຂຽວໃນເຂດອະນຸພາກພື້ນແມ່ນ້ຳຂອງ”. ດ້ວຍ 6 ວາລະປຶກສາຫາລື, ບັນດານັກວິທະຍາສາດ ຫວຽດນາມ, ລາວ, ກຳປູເຈຍ, ສ ເກົາຫຼີ ແລະ ສະຖາບັນເຕີບໂຕຂຽວທົ່ວໂລກ ໄດ້ແບ່ງປັນບົດຮຽນ, ຕີລາຄາ, ໄຈ້ແຍກກ່ຽວກັບບັນດາບັນຫາຊຸກຍູ້ການເຕີບໂຕເສດຖະກິດຂຽວ, ຍຸດທະສາດເຕີບໂຕຂຽວແບບຢືນຍົງໃນເຂດອະນຸພາກພື້ນແມ່ນ້ຳຂອງ, ສາຍພົວພັນລະຫວ່າງນ້ຳ ແລະ ພະລັງງານ, ຜົນສະທ້ອນຂອງການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມເຖິງກະສິກຳຂຽວ. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ຜູ້ຮັກສາການປະທານສະຖາບັນວິທະຍາສາດສັງຄົມ ລາວ ທອງສະລິດ ມັງໜໍ່ເມກ ຢືນຢັນວ່າ: ທີ່ກອງປະຊຸມສຳມະນາຄັ້ງນີ້, ບັນດາປະເທດບໍ່ພຽງແຕ່ຮຳ່ຮຽນເຊິ່ງກັນ ແລະ ກັນເທົ່ານັ້ນ ຫາກຍັງຊ່ວຍ ລາວ ມີບົດຮຽນຫຼາຍຢ່າງເພື່ອພັດທະນາເສດຖະກິດແບບຍືນຍົງ.