ຫວຽດນາມວາງອອກຄາດໝາຍນຳວົງເງິນສົ່ງອອກບັນລຸ165ຕື້USD

ຫວຽດນາມວາງອອກຄາດໝາຍນຳວົງເງິນສົ່ງອອກບັນລຸ165ຕື້USD - ảnh 1
ທ່ານ​ລັດຖະມົນ​ຕີວ່າການ​ກະຊວງກະຊວງ​ອຸດສາຫະກຳ​ການ​ຄ້າ​ ຫວູຮຸຍ​ຮ່ວາງ
(ພາບ: moit.gov.vn)


(vovworld) – ປີ 2015, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໄດ້​ວາງ​ອອກ​ຄາດໝາຍ​ບັນລຸວົງ​ເງິນ​ການ​ຄ້າ​ສົ່ງ​ອອກ 165 ຕື້ USD, ພ້ອມ​ທັງ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ​ຄືນ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ, ​ເປີດ​ກວ້າງ​ຕະຫຼາດ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິສາ​ຫະກິດ​, ມຸ່ງ​ໄປ​ເຖິງ​ການ​ສົ່ງ​ອອກ​ຢ່າງ​ໝັ້ນຄົງ. ນີ້​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຍົກ​ອອກ​ມາ ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ເຄື່ອນ​ໄຫວ​ຂອງ​ກະຊວງ​ອຸດສາຫະກຳ​ການ​ຄ້າ ປີ 2014 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2015, ​ເຊິ່ງຖືກ​ດຳ​ເນີນ​ໄປ​ຜ່ານ​ເຄື​ຍຂ່າຍ​ອິນ​ເຕີ​ແນ​ດ. ກະຊວງ​ອຸດສາຫະກຳ​ການ​ຄ້າ​​ໃຫ້​ຂໍ້​ສັງ​ເກ​ດວ່າ, ປີ 2015 ຈະ​ເປີດ​ບັນດາ​ກາລະ​ໂອກາດ​ຊຸກຍູ້​ການ​ສົ່ງ​ອອກ​ຂອງ​ຫວຽດນາມ ບັນລຸ​ການ​ເຕີບ​ໂຕ​ສູງກວ່າ​ເມື່ອ​ທຽບ​ໃສ່​ປີ 2014. ທ່ານ​ລັດຖະມົນ​ຕີວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ ຫວູຮຸຍ​ຮ່ວາງ ຊີ້​ແຈ້ງວ່າ.

        “ປີ 2015 ຈະ​ສືບ​ຕໍ່​ຊອກ​ຫາ​ວິທີ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິ​ສາ​ຫະກິດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ​ເພື່ອ​ເຮັດ​ແນວ​ໃດ​ສ້າງ​ຄວາມ​ສະດວກ​ກວ່າ​​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ມີ​ຕະຫຼາດ​ໃໝ່​ຕື່ມອີກ. ທີ່ 2 ​ແມ່ນ, ສືບ​ຕໍ່​ຊອກ​ຫາ​ທຸກ​ວິທີ​ເພື່ອ​​ເຕີບ​ໂຕສູງກ​ວ່າ​ອີກ, ຍ້ອນ​ພື້ນຖານ​ເສດຖະກິດ​ປະຈຸ​ບັນ​ໄດ້​ມີ​ການ​ເຂົ້າ​ຮ່ວມຢ່າງ​ໃຫຍ່​ຫຼວງ​ຂອງຂົງ​ເຂດ​ການ​ຄ້າ​ຕ່າງປະ​ເທດ, ສະ​ນັ້ນ, ດ້ວຍ​ຄາດໝາຍ​ບັນລຸການ​​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ 10% ​ເມື່ອ​ທຽບ​ໃສ່​ປີ 2014 ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ ​ເຊິ່ງຂະ​ແໜງ​ອຸດສາຫະກຳ​ການ​ຄ້າ​ ຕ້ອງ​ປະຕິບັດ​ໃຫ້​ໄດ້.”

ຂ່າວ/ບົດ​ອື່ນ