ຫວຽດນາມສູ້ຊົນຍາດຜົນງານສູງໃນງານມະຫາກຳກິລາທະວີບແລະໂລກ

ຫວຽດນາມສູ້ຊົນຍາດຜົນງານສູງໃນງານມະຫາກຳກິລາທະວີບແລະໂລກ - ảnh 1

ຄະນະນັກກິລາຫວຽດນາມທີ່ຊີເກັມ 28
(ພາບ: thethaovanhoa.vn)

(vovworld) - ພິທີ​ສະຫຼຸບ​ຂອງ​ຄະນະ​ນັກກິລາ​ຫວຽດນາມ​ ທີ່​ເຂົ້າ​ຮ່ວມ ງານ​ມະຫາ​ກຳ​ກິລາອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 28 (ຊີ​ເກັມ 28) ​ໄດ້​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 24/6, ຢູ່​ຮ່າ​ໂນ້ຍ. ຄະນະນັກ​ກິລາ​ຫວຽດນາມ ​ເຂົ້າ​ຮ່ວມ​ຊີ​ເກັມ 28 ດ້ວຍ​ນັກ​ກິລາ​ເກືອບ 400 ຄົນ ​ແລະ ຄວຳ້​ຫຼຽນ​ທຸກ​ປະ​ເພດ​ໄດ້ 186 ຫຼຽນ, ​ໃນ​ນັ້ນ​ມີ 73 ຫຼຽນ​ຄຳ, ຖືກ​ຈັດ​ອັນ​ດັບ 3 ທົ່ວ​ຄະນະ. ບັນດາ​ນັກ​ກິລາ​ຫວຽດນາມ ​ທຳລາຍ​ສະຖິຕິ​ຊີ​ເກັມ​ໄດ້ 13 ສະຖິຕິ, ​ໃນ​ນັ້ນ​ມີ​ກລາ​ໂອ​ລີ​ມປີກ​ຫຼາຍ​ປະ​ເພດ… ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງ​ຕ໋ວນ​ແງ, ​ເນັ້ນ​ໜັກ​ວ່າ:

        “​ເຖິງ​ວ່າ​ໄດ້​ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ, ສ້າງ​ໄດ້​ຫຼາຍ​ສະຖິຕິ, ຍາດ​ຫຼຽນ​ຄຳທີ່​ຊີ​ເກັມ​ໄດ້ຫຼາຍ​ຫຼຽນກໍ່ຕາມ, ​ແຕ່​ບັນດາ​ຜົນງານ​ທີ່​ຫວຽດນາມ​ບັນລຸ​ໄດ້​ນັ້ນ​ຍັງ​ຕຳ່​ຢູ່​, ເມື່ອ​ທຽບ​ໃສ່​ຜົນງານ​​ຂອງອາຊີ ​ແລະ ​ໂລກ. ຍ້ອນ​ເຫດ​ນັ້ນ, ຂ້າພະ​ເຈົ້າ​ຫວັງ​ວ່າ​ພະນັກງານ, ຄູ​ເຝິກ, ນັກ​ກິລາ​ທັງ​ໝົດ​ຂອງ​ຂະ​ແໜງ​ກິລາກາ​ຍະ​ກຳ​ຫວຽດນາມ ຕ້ອງ​ຍົກ​ສູງ​ນຳ້​ໃຈ​ບໍລິສຸດ, ອອກ​ແຮງ​ຫຼໍ່​ຫຼອມ ​ແລະ ​ແຂ່ງຂັນ, ​ເພື່ອ​ຍາດ​ໄດ້ຜົນ​ງານ​ສູງ​ກວ່າ​ຢູ່​ງານ​ມະຫາ​ກຳ​ກິລາ​ຊີ​ເກັມ, ອາຊີ​ອາດ, ​ໂອ​ລິ​ມປິກ​ ທີ່​ຈະ​ມາ​ເຖິງ, ​​ ເພື່ອໃຫ້​ຫວຽດນາມ​ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່“.

 

ຂ່າວ/ບົດ​ອື່ນ