ວາລະປະຊຸມສະພາການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ
|
(vovworld)-ຕອນເຊົ້າວັນທີ24/7ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງໄດ້ເປັນປະທານວາລະປະຊຸມສະພາການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ອາຍຸການ 2011- 2015. ວາລະປະຊຸມໄດ້ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ແຜນຮ່າງ“ປ່ຽນໃຫມ່ການສຶກສາ ແລະ ບຳລຸງສ້າງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການຫັນເປັນອຸດສາຫະກຳ ແລະ ທັນສະໄຫມໃນເງື່ອນໄຂເສດຖະກິດການຕະຫລາດ, ຕາມກຳນົດທິດສັງຄົມນິຍົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ກ່າວຄຳເຫັນສະຫລຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ປະທານສະພາການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ສະເຫນີວ່າ:
“ແຜນຮ່າງຄວນເຮັດແຈ້ງທັດສະນະ, ຄວາມຮັບຮູ້ກ່ຽວກັບທີ່ຕັ້ງມີຄວາມໝາຍຕັດສິນຊີ້ຂາດຂອງການສຶກສາໃນວິວັດການພັດທະນາຂອງປະເທດຊາດ ຕິດພັນກັບການພັດທະນາການສຶກສາໃນພື້ນຖານເສດຖະກິດການຕະຫລາດ, ຕາມກຳນົດທິດສັງຄົມນິຍົມ. ແຜນຮ່າງກໍຄວນເຮັດແຈ້ງບາງການກຳນົດທິດເພື່ອສ້າງຄວາມສະດວກໃຫ້ແກ່ການປະກາດໃຊ້ນະໂຍບາຍກ່ຽວຂ້ອງເຖິງການສຶກສາ.”