ຫວຽດນາມສ້າງເງື່ອນໄຂສະດວກໃຫ້ແກ່ຊາວຕ່າງປະເທດເຂົ້າ,ອອກເມືອງແລະພັກອາໄສ
ພາບປະກອບ:internet
|
(vovworld)- ນີ້ແມ່ນຫນຶ່ງໃນບັນດາຈຸດປະສົງຂອງຮ່າງກົດໝາຍວ່າດ້ວຍການເຂົ້າ,ອອກເມືອງແລະພັກອາໄສສຳລັບຊາວຕ່າງປະເທດຢູ່ຫວຽດນາມ ຊື່ງຖືກຍື່ນສະເຫນີຕໍ່ສະພາແຫ່ງຊາດໃນວາລະປະຊຸມຕອນບ່າຍວັນທີ 28/10. ເມື່ອທຽບໃສ່ກັບລັດຖະບັນຍັດປີ 2000, ຮ່າງກົດໝາຍສະບັບນີ້ມີບາງເນື້ອໃນໄດ້ຮັບການປັບປຸງໃຫ້ເໝາະສົມກັບສະພາບຕົວຈິງຂອງຫວຽດນາມ. ທ່ານ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເຈີນດ້າຍກວາງ ໃຫ້ຮູ້ວ່າ:
“ກ່ຽວກັບການຍົກເວັ້ນວິຊາໃຫ້ແກ່ຊາວຕ່າງປະເທດ ແມ່ນປະຕິບັດຕາມສົນທິສັນຍາສາກົນສອງຝ່າຍ ຫລືຫລາຍຝ່າຍ ຊື່ງຫວຽດນາມເປັນສະມາຊິກ. ເພ່ືອໃຫ້ເໝາະສົມກັບສະພາບຕົວຈິງປະຈຸບັນ, ຮ່າງກົດໝາຍສະບັບນີ້ ໄດ້ກຳນົດ ເມື່ອອອກວິຊາໃຫ້ແກ່ຊາວຕ່າງປະເທດເຂົ້າມາລົງທຶນ, ເຮັດວຽກ, ຮຳ່ຮຽນຢູ່ຫວຽດນາມ ຕ້ອງມີເງື່ອນໄຂໄປພ້ອມ. ຊາວຕ່າງປະເທດບໍ່ໄດ້ຫັນປ່ຽນຈຸດປະສົງເຂົ້າເມືອງ.”