ຫວຽດນາມ-ອົດສະຕາລີເປັນເອກະພາບການຮ່ວມມືວິທະຍາສາດ-ເຕັກໂນໂລຊີໃນຫຼາຍຂົງເຂດ

ຫວຽດນາມ-ອົດສະຕາລີເປັນເອກະພາບການຮ່ວມມືວິທະຍາສາດ-ເຕັກໂນໂລຊີໃນຫຼາຍຂົງເຂດ - ảnh 1
ຫວຽດນາມ-ອົດສະຕາລີເປັນເອກະພາບ
ການຮ່ວມມືວິທະຍາສາດ-ເຕັກໂນໂລຊີໃນຫຼາຍຂົງເຂດ
(ພາບ: vietnamplus)

(vovworld) - ວັນ​ທີ 17/03, ຢູ່​ນະ​ຄ​ອນ​ຫຼວງ Canberra, ປະ​ເທດ​ອົດ​ສະ​ຕາ​ລີ ໄດ້​ດຳ​ເນີນກອງ​ປະ​ຊຸ​ມ​ຄັ້ງ​ທີ​ໜຶ່ງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ (JCM) ກ່ຽວ​ກັບ​ການ​ຮ​່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ - ອົດ​ສະ​ຕາ​ລີ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​​ຊ່ວຍວ່າ​ການ​ກະ​ຊວງວິ​ທ​ະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເຈີ​່ນກວກ​ແຄ໋ງ ນຳ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ. ທ່ານ ເຈີ​່ນກວກ​ແຄ໋ງ ໃຫ້​ຮູ້​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ ອົດ​ສະ​ຕາ​ລີ ໄ​​ດ້້​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ. ເລື່ອງ 2 ປະ​ເທດ​ໄດ້​​ລົງ​ນາມ​ໃນ​ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​​ດ້ານວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ປີ 2013 ສືບ​ຕໍ່​ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ຄົງ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​​ລະ​ຫວ່າງ 2 ປະ​ເທດ​ໃຫ້​ເຂົ້າ​ສູ່​ລວງເລິກ. ກໍ່​ທີ່ກອງ​ປະ​ຊຸມ, 2 ຝ່າຍ ໄດ້​ປຶກ​ສາ​ຫາ​ລື ແລະ ເປັນ​ເອ​ກະ​ພາບ​​ໃນບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ ກ​ໍ​ຄື​ກົນ​ໄກ​ເຮັດ​ວຽກ​ຂອງ JCM. ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ, ໃນ​ຕໍ່​ໜ້າ, 2 ຝ່າຍ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ ແລະ  ສິ່ງ​ແວ​ດ​ລ້ອມ. ກ່ຽວ​ກັບ​ການ​ຮ່ວມ​ມື, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ຈະຮ່ວມ​ມື​ບົນ​ພື້ນ​ຖານ​ຄວາມສະ​ເໝີ​ພາບ ແລະ ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. 2 ຝ່າຍ​ກໍ​​ເຫັນ​ດີເປັນ​ເອ​ກະ​ພາບ​​ຄາດ​ວ່າຈະ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 2 JCM ​ຢູ່​ຮ່າ​ໂນ້ຍ ໃນ​ທ້າຍ​ປີ 2018.

ຂ່າວ/ບົດ​ອື່ນ